ຂ່າວສານ

ຈັດງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 90 ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢ່າງສົມກຽດ

      ຕອນເຊົ້າວັນທີ 03 ກຸມພາ, ທີ່ນະຄອນຫລວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020) ຂຶ້ນຢ່າງສົມກຽດ.
             ເຂົ້າຮ່ວມລາຍການມີທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມດ້ວຍອະດີດການນຳພັກ, ລັດ, ບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຕາງໜ້າສະມາຊິກພັກດີເດັ່ນ, ຜູ້ຊົງຄຸນວຸດທິ, ນັກປັນຍາຊົນ…ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ ອີກຫລາຍທ່ານ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: TTXVN)
      ໃນວິວັດການສ້າງສາປະເທດຊາດ, ຕໍ່ໜ້າບັນດາຄວາມຮຽກຮ້ອງໃໝ່ຂອງການພັດທະນາ, ພັກໄດ້ປ່ຽນແປງໃໝ່ຈິນຕະນາການທິດສະດີກ່ຽວກັບສັງຄົມນິຍົມ, ສ້າງຕັ້ງ ແນວທາງປ່ຽນແປງໃໝ່ປະເທດຊາດ ເທື່ອລະກ້າວ. ສ້າງບາດລ້ຽວສຳຄັນບົນເສັ້ນທາງຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມຢູ່ ຫວຽດນາມ. ພາຍຫລັງດຳເນີນພາລະກິດປ່ຽນແປງໃໝ່ມາເກືອບ 35 ປີນັ້ນ, ຈາກປະເທດທຸກຍາກ, ມີພື້ນຖານວັດຖຸ - ເຕັກນິກ, ພື້ນຖານໂຄງລ່າງເສດຖະກິດ - ສັງຄົມຫຼ້າຫຼັງ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດພວມພັດທະນາ, ການເມືອງ, ສັງຄົມມີສະຖຽນລະພາບ, ເອກະລາດ, ປະຊາທິປະໄຕໄດ້ຮັບການປົກປັກຮັກສາຢ່າງໝັ້ນຄົງ; ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:
        “ພຶດຕິກຳຕົວຈິງຂອງການປະຕິວັດ ຫວຽດນາມ ໃນ 90 ປີຜ່ານມາທີ່ອຸດົມສົມບູນ, ມີຊີວິດຊີວາໄດ້ສະແດງໃຫ້ເຫັນ ການນຳພາທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກ ແມ່ນປະຖົມປັດໄຈແຖວໜ້າ ຕັດສິນທຸກໄຊຊະນະຂອງການປະຕິວັດ, ສ້າງຜົນງານອັນຍິ່ງໃຫຍ່ຫລາຍຢ່າງໃຫ້ແກ່ປະເທດ ຫວຽດນາມ. ພຶດຕິກຳຕົວຈິງນັ້ນ ໄດ້ຢັ້ງຢືນທິດນຳ: ຢູ່ ຫວຽດນາມ ບໍ່ມີກຳລັງການເມືອງອື່ນອີກ ນອກຈາກພັກກອມມູນິດ ຫວຽດນາມ ທີ່ມີຄຸນນະທາດ, ພູມປັນຍາ, ປະສົບການ, ອິດທິພົນຊື່ສຽງ ແລະ ຄວາມສາມາດນຳພາປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາລະກິດການປະຕິວັດຂອງປະເທດຊາດແຕ່ໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ”
        ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ, ປັດຈຸບັນ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ພວມສູ້ຊົນປະຕິບັດໂຄງການເຄື່ອນໄຫວຂອງພັກ, ລັດຖະທຳມະນູນຂອງລັດ, ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ພັດທະນາເສດຖະກິດການຕະຫລາດ, ຕາມກຳນົດທິດສັງຄົມນິຍົມ, ເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດ 2 ໜ້າທີ່ຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ. ເພື່ອປະຕິບັດພາລະກິດດັ່ງກ່າວປະສົບຜົນສຳເລັດນັ້ນ ບົດບາດນຳພາຂອງພັກແມ່ນສຳຄັນພິເສດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍ່ເນັ້ນໜັກເຖິງການສ້າງສາ, ປັບປຸງພັກໃນປັດຈຸບັນ.
 (ແຫຼ່ງຄັດຈາກ VOV)


top