ຂ່າວສານ

ຈັດການເຄື່ອນໄຫວເປັນເອກະລັກສະເພາະຫຼາຍຢ່າງຢູ່ງານບຸນ Carnaval ຮະລອງ

Carnaval ຮະລອງ ຈະລວມມີ 4 ຂັ້ນຕອນ, ຄື: ພິທີເປີດງານບຸນ, ລາຍການສະແດງສິລະປະບົນເວທີ, ການຟ້ອນຢູ່ທ້ອງຖະໜົນ, ຍິງບັ້ງໄພດອກ.
(ພາບປະກອບ: TTXVN)

ງານບຸນ Carnaval ຮະລອງ ຈະດຳເນີນໃນຕອນຄ່ຳວັນທີ 01 ພຶດສະພາ, ຢູ່ບ້ານ ບ້າຍໄຈ, ນະຄອນ ຮະລອງ, ແຂວງ ກວາງນິງ ດ້ວຍຫົວຂໍ້ “ວາດຟ້ອນ ຮະລອງ - ເຊື່ອມຈອດ 5 ທະວີບ”.

Carnaval ຮະລອງ ຈະລວມມີ 4 ຂັ້ນຕອນ, ຄື: ພິທີເປີດງານບຸນ, ລາຍການສະແດງສິລະປະບົນເວທີ, ການຟ້ອນຢູ່ທ້ອງຖະໜົນ, ຍິງບັ້ງໄພດອກ. ຂໍ້ມູນຂ່າວດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 11 ເມສາ, ຢູ່ນະຄອນ ຮະລອງ, ທ່ານ ຫງວຽນງອັກເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮະລອງ, ຮອງຫົວໜ້າຄະນະຈັດຕັ້ງງານບຸນ Carnaval, ໃຫ້ຮູ້ວ່າ, ປີນີ້, Carnaval ຈະມີຈຸດໃໝ່ຫຼາຍຢ່າງ ແລະ ຈະຈັດການເຄື່ອນໄຫວເປັນເອກະລັກສະເພາະຫຼາຍຢ່າງເພື່ອດຶງດູດແຂກທ່ອງທ່ຽວ. ນອກນັ້ນ, ຄາດວ່າ ຄະນະຈັດຕັ້ງຈະເຊີນນັກຮ້ອງ, ຄະນະນັກຟ້ອນທີ່ມີຊື່ສຽງ, ນາງງາມ, ນັກສິລະປິນປະຊາຊົນ… ແລະ ນັກສະແດງເກືອບ 2.000 ຄົນເຂົ້າຮ່ວມລາຍການ.

Carnaval ແມ່ນເຫດການສຳຄັນຂອງແຂວງ ກວາງນິງ ເພື່ອເປີດສາກໃຫ້ລະດູການທ່ອງທ່ຽວຂອງນະຄອນ ຮະລອງ ແລະ ບັນດາທ້ອງຖິ່ນພາຍໃນແຂວງ.


top