ຂ່າວສານ

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ທີ່ລາຍການ, ໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນທີ່ປະທັບໃຈ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍຄື: ພົບປະແລກປ່ຽນສະແດງສິລະປະ.
  ສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເຂດ Chukyo ແລະ ບໍລິສັດ Yokoi Mould ຫວຽດນາມ ຈຳກັດ ໄດ້ມອບ ຕົ້ນສະກຸຣະ 120 ຕົ້ນ ໃຫ້ແຂວງ ບັກຢາງ  

ໃນຂອບເຂດບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023), ວັນທີ 19 ມີນາ, ຄະນະກຳມະການປະຊາຊົນແຂວງ ບັກຢາງ ໄດ້ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ເຂດ ທ່ອງທ່ຽວຈິດວິນຍານ - ຊີວະພາບ ໄຕອຽນຕື້, ເມືອງ ເຊີນໂດ້ງ.

ທີ່ລາຍການ, ໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນທີ່ປະທັບໃຈ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍຄື: ພົບປະແລກປ່ຽນສະແດງສິລະປະ, ອາຫານການກິນ ຍີ່ປຸ່ນ - ບັກຢາງ; ລອງນຸ່ງຊຸດອາພອນປະເພນີ ຍີ່ປຸ່ນ ແລະ ເຄື່ອງນຸ່ງບູຮານ ຫວຽດ; ຢ້ຽມຊົມເຂດທ່ອງທ່ຽວຈິດວິນຍານ - ຊີວະພາບ ໄຕອຽນຕື້.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເຂດ Chukyo ແລະ ບໍລິສັດ Yokoi Mould ຫວຽດນາມ ຈຳກັດ ໄດ້ມອບ ຕົ້ນສະກຸຣະ 120 ຕົ້ນ ໃຫ້ແຂວງ ບັກຢາງ.

 


top