ຂ່າວສານ

ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກິລາບານເຕະຍິງ ຊີເກມ 31

ວັນທີ 8 ພຶດສະພາຢູ່ນະຄອນເກິ່ມຟ່າແຂວງກວ໋າງນິງເຊິ່ງແມ່ນແຫ່ງດຳເນີນການແຂ່ງຂັນກິລາປະເພດບານເຕະຍິງ, ຄະນະຈັດຕັ້ງຊີເກມ 31 ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບການແຂ່ງຂັນບານເຕະຍິງ 31 ເຊິ່ງມີການເຂົ້າຮ່ວມຂອງບັນດາຫົວໜ້າຄູຝຶກຂອງ 7 ທິດຊາດລວມມີ ຫວຽດນາມ, ຟິລິບປິນ, ກຳປູເຈຍ,ໄທ, ມຽນມາ, ສິງກາໂປແລະລາວ.
  ຫົວໜ້າຄູຝຶກທິມບານເຕະຍິງຫວຽດນາມ ມາຍດຶກຈຸງ   

ຕີລາຄາກ່ຽວກັບການແຂ່ງຂັນ, ບັນດາຫົວໜ້າຄູຝຶກໃຫ້ຂໍ້ສັງເກດວ່ານີ້ແມ່ນການແຂ່ງຂັນທີ່ມີຄວາມໝາຍສຳຄັນ ແມ່ນໂອກາດເພື່ອໃຫ້ບັນດານັກເຕະບານໄດ້ແຂ່ງຂັນກັບທິມເຂັ້ມແຂງ ເປັນຕົ້ນແມ່ນບັນດານັກເຕະບານທີ່ໄດ້ເຂົົ້າຮ່ວມຊີເກມເປັນຄັ້ງທຳອິດ. ບັນດາຄູຝຶກຂອງບັນດາທິມທີ່ເຂົ້າຮ່ວມການແຂ່ງຂັນໄດ້ຕີລາຄາສູງວຽກງານຕ້ອນຮັບ ຈັດແຈງບ່ອນກິນບ່ອນຢູ່ໃຫ້ຄະນະນັກກິລາ ກໍ່ຄືເງື່ອນໄຂສະໜາມແຂ່ງຂັນຂອງຄະນະຈັດຕັ້ງຊີເກມ 31 ກໍ່ຄືແຂວງກວ໋າງນິງ.


top