ຂ່າວສານ

ຈະເພີ່ມເຕີມທະຫານເພື່ອຄວບຄຸມເຂດມີຜູ້ຕິດເຊື້ອພະຍາດໂຄວິດ - 19, ຊ່ວຍປະຊາຊົນໄປຕະຫຼາດ ແລະ ສຳຜັດການແພດ

      ດ້ວຍຈິດໃຈຕ້ອງເບິ່ງແຍງດູແລໃຫ້ແກ່ປະຊາຊົນໃຫ້ໄດ້, ທ່ານຫົວໜ້າຄະນະຊີ້ນຳແຫ່ງຊາດ, ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃສ່ໃຈກຳລັງປະກອບອາວຸດ ທີ່ໄດ້ເພີ່ມຂຶ້ນ ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນວ່າ ຕ້ອງຮ່ວມແຮງຮ່ວມໃຈສູ້ຮົບ ເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ.
ພາບປະກອບ:  tuoitre.vn
      ທີ່ການປະຊຸມທາງໄກ ກັບຄະນະຊີ້ນຳ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ທີ່ໄດ້ດຳເນີນຕອນບ່າຍວັນທີ 20 ສິງຫາ, ໜ່ວຍປະຕິບັດງານພິເສດຂອງທ່ານນາຍົກລັດຖະມົນຕີ ໄດ້ປຶກສາຫາລືກ່ຽວກັບວິທີການຈັດຕັ້ງເພີ່ມເຕີມກຳລັງຄວບຄຸມປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ຮັບປະກັນການໜູນຊ່ວຍສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການສຳຜັດກັບການແພດ.
ດ້ວຍຈິດໃຈຕ້ອງເບິ່ງແຍງດູແລໃຫ້ແກ່ປະຊາຊົນໃຫ້ໄດ້, ທ່ານຫົວໜ້າຄະນະຊີ້ນຳແຫ່ງຊາດ, ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃສ່ໃຈກຳລັງປະກອບອາວຸດ ທີ່ໄດ້ເພີ່ມຂຶ້ນ ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນວ່າ ຕ້ອງຮ່ວມແຮງຮ່ວມໃຈສູ້ຮົບ ເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ.
      ພວກເຮົາຕ້ອງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ໃຫ້ເປັນຢ່າງດີ. ທຸກໆກຳລັງທີ່ໄດ້ເພີ່ມເຕີມ ຕ້ອງມີຄວາມເຫັນດີເປັນເອກະພາບລະຫວ່າງ ນະຄອນ ແລະ ການນຳ ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງສາທາລະນະສຸກຢູ່ທີ່ນີ້, ຕ້ອງກຳນົດຢ່າງລະອຽດ. ຖ້າຫາກວ່າບໍ່ຄວບຄຸມໄດ້ເປັນຢ່າງດີ ຈະເຮັດໃຫ້ໂລກລະບາດແຜ່ລະບາດໃນວົງກ້ວາງ, ຕ້ອງເພີ່ມທະວີການວິໄຈຫາເຊື້ອໃຫ້ແກ່ກຳລັງນີ້, ມາຫ້ອງການຕ້ອງມອບໃຫ້ຫ້ອງການຮັບຜິດຊອບການວິໄຈຫາເຊື້ອ.
(ແຫຼ່ງຄັດຈາກ VOV)


top