ຂ່າວສານ

ຈະເປີດບັນດາສາຍການບິນໂດຍກົງຈາກຫວຽດນາມ ໄປຍັງອາເມລິກາ ໃນມໍ່ໆມານີ້

ອົງການຄຸ້ມຄອງການບິນສະຫະລັດອາເມລິກາ (FAA) ຈະຈັດອັນດັບປະເພດ 1 ໃຫ້ແກ່ຫວຽດນາມ ໂດຍໄວ, ຕາມນັ້ນແລ້ວ ຈະອະນຸຍາດເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ.

ຈະເປີດບັນດາສາຍການບິນໂດຍກົງຈາກຫວຽດນາມ ໄປຍັງອາເມລິກາ ໃນມໍ່ໆມານີ້

(ພາບປະກອບ) 

ຕາມໜັງສືພິມ Strait Times ສະບັບອອກຫວ່າງແລ້ວນີ້, ເຈົ້າໜ້າທີ່ອາເມລິກາ ໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ FAA ຈະປະກາດຕາຕະລາງຈັດອັນດັບດັ່ງກ່າວໃນ 2 – 3 ອາທິດຈະມາເຖິງ. ມາດຕະຖານຕິດຕາມກວດກາຄວາມປອດໄພທາງການບິນຂອງ FAA ແມ່ນໜຶ່ງໃນບັນດາຕົວເລກເພື່ອຕີລາຄາບໍລິສັດການບິນຂອງປະເທດໃດໜຶ່ງ ທີ່ບັນລຸບັນດາມາດຕະຖານສາກົນກ່ຽວກັບຄວາມປອດໄພ, ວິຊາສະເພາະດ້ານເຕັກນິກ, ຕິດຕາມກວດກາເຕັກນິກ… ໄດ້ຫຼືບໍ່. ເມື່ອ FAA ອອກໃບອະນຸຍາດປະເພດ 1 ແລ້ວ, ບໍລິສັດການບິນຂອງປະເທດໃດໜຶ່ງຈຶ່ງໄດ້ຮັບອະນຸຍາດເປີດສາຍການບິນໂດຍກົງໄປຍັງອາເມລິກາ.

        ບັນດາບໍລິສັດການບິນຂອງຫວຽດນາມ ຄື: Vietnam Airlines, Vietjet ແລະ Bamboo Airways ລ້ວນແຕ່ມີຄວາມສົນໃຈເຖິງເລື່ອງເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)


top