ຂ່າວສານ

ຈະມີນັກຂ່າວປະມານ 3.000 ຄົນເຂົ້າຮ່ວມເຄື່ອນໄຫວຢູ່ Sea Games 31

ຕາມຄະນະຈັດຕັ້ງງານແລ້ວ, Sea Games 31 ແມ່ນເຫດການຂະໜາດໃຫຍ່, ດຶງດູດຄວາມສົນໃຈຂອງສື່ມວນຊົນ ຄາດວ່າຈະມີນັກຂ່າວພາຍໃນ ແລະ ຕ່າງປະເທດ ປະມານ 3.000 ຄົນມາເຄື່ອນໄຫວຢູ່ງານມະຫາກຳກິລາ
  ນັກຂ່າວເຂົາຮ່ວມການຖະແຫຼງຂ່າວ (ພາບ: TTXVN)  

 ວັນທີ 18 ມີນານີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຈັດຕັ້ງງານ ມະຫາກຳກິລາ Sea Games 31 ໄດ້ຈັດການຖະແຫຼງຂ່າວ ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມ ຫົວໜ້າຄະນະນັກກິລາ Sea Games 31 ຄັ້ງທີສອງ.

ຂໍ້ມູນທີ່ການຖະແຫຼງຂ່າວ ໃຫ້ຮູ້ວ່າ ວັນທີ 12 ພຶດສະພາ, ຈະໄດ້ເປີດພິທີໄຂງານມະຫາກຳຢູ່ສະໜາມກິລາແຫ່ງຊາດ My Dinh, ພິທີປິດຈະໄດ້ຈັດຂຶ້ນໃນ ວັນທີ 23 ພຶດສະພາ. ປະຈຸບັນ, ມີນັກກິລາ ປະມານ 7.000 ຄົນໄດ້ລົງທະບຽນເຂົ້າຮ່ວມງານມະຫະກຳກິລາ Sea Games 31. ຕາມຄະນະຈັດຕັ້ງງານແລ້ວ, Sea Games 31 ແມ່ນເຫດການຂະໜາດໃຫຍ່, ດຶງດູດຄວາມສົນໃຈຂອງສື່ມວນຊົນ ຄາດວ່າຈະມີນັກຂ່າວພາຍໃນ ແລະ ຕ່າງປະເທດ ປະມານ 3.000 ຄົນມາເຄື່ອນໄຫວຢູ່ງານມະຫາກຳກິລາ ມາຮອດປະຈຸບັນ, ເງື່ອນໄຂພື້ນຖານດ້ານວັດຖຸແມ່ນຮັບປະກັນຖືກຕາມຄວາມຄືບໜ້າໂດຍພື້ນຖານ.



top