ຂ່າວສານ

ຈະຖອດລະຫັດໂຄງສ້າງ ແຢນ ຂອງ ຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 20 ຄົນ

      ໂຄງການຄົ້ນຄວ້ານີ້ໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງໝາກຜົນທີ່ແທດຈິງຫຼາຍຢ່າງ ໃນການຕໍ່ສູ້ໂລກລະບາດໂຄວິດ - 19 ແລະ ການຮັກສາສຸຂະພາບຂອງປະຊາຊົນ.

ການນຳພະແນກສາທາລະນະສຸກ ໂຮ່ຈີມິນ ແລະ ສະຖາບັນສືບພັນແພດສາດ ໄດ້ປຶກສາຫາລືກ່ຽວກັບການຖອດລະຫັດໂຄງສ້າງ
ແຢນ ຂອງ ຜູ້ຕິດເຊື້ອໂຄວິດ -
19 ໃນຕອນບ່າຍວັນທີ 24 ຕຸລາ
      ສະຖາບັນສືບພັນແພດສາດ ຈະສົມທົບກັບ ສູນຄວບຄຸມພະຍາດ (HCDC) ນະຄອນໂຮ່ຈີມິນ ແລະ ມະຫາວິທະຍາໄລແພດສາດ ແລະ ຢຸກຢາ ນະຄອນໂຮ່ຈີມິນ ດຳເນີນການຄົ້ນຄວ້າຖອດລະຫັດໂຄງສ້າງ ແຢນ ຂອງຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 20 ຄົນ, ພິເສດແມ່ນບັນດາກໍລະນີເຈັບໜັກ, ເພື່ອແນໃສ່ເປົ້າໝາຍ ຊອກຫາເບິ່ງວ່າ ບັນດາລັກສະນະກຳມະພັນຂອງສ່ວນບຸກຄົນ ໄດ້ມີຜົນກະທົບແນວໃດຕໍ່ຄວາມອ່ອນໄຫວຂອງຜູ້ຕິດເຊື້ອໂຄວິດ - 19 ຢູ່ ຫວຽດນາມ. ຈາກນັ້ນ, ແບ່ງອອກເປັນກຸ່ມຜູ້ຕິດເຊື້ອງ່າຍ ເພື່ອມີວິທີການປິ່ນປົວທີ່ເໝາະສົມ. ຄາດວ່າ, ການຄົ້ນຄວ້າຈະດຳເນີນເປັນເວລາ 3 ເດືອນ.
        ໂຄງການຄົ້ນຄວ້ານີ້ໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງໝາກຜົນທີ່ແທດຈິງຫຼາຍຢ່າງ ໃນການຕໍ່ສູ້ໂລກລະບາດໂຄວິດ - 19 ແລະ ການຮັກສາສຸຂະພາບຂອງປະຊາຊົນ.
 (ແຫຼ່ງຄັດຈາກ VOV)


top