ອາຊີບ ຫວຽດ

ຈວຽນໝີ໊: ເຜີຍແຜ່ຄຸນຄ່າຫັດຖະກຳ ຫວຽດ ໃນແຜນທີ່ ແຫ່ງຄວາມ ປະດິດຄິດສ້າງ ໃນທົ່ວໂລກ

ການທີ່ໝູ່ບ້ານອາຊີບ ຝັງເປືອກຫອຍ ແລະ ຂັດມັນ ຈວຽນໝີ໊ ໄດ້ ເຂົ້າເປັນສະມາຊິກ ຂອງເຄືອຂ່າຍ ບັນດາຕົວເມືອງຫັດຖະກຳ ປະ ດິດສ້າງໂລກ ໄດ້ເປັນຂີດໝາຍ ບາດກ້າວອັນສຳຄັນ ຂອງ ຫັດຖະ ກຳ ຫວຽດ ໃນເສັ້ນທາງແຫ່ງການເຊື່ອມໂຍງ. ຈາກມໍລະດົກ ທີ່ມີ ມາ ເກືອບໜຶ່ງພັນປີ, ຈວຽນໝີ໊ ກໍາລັງ ເຜີຍແຜ່ຄຸນຄ່າ ທາງວັດທະ ນະທຳ ດັ້ງເດີມ ເຂົ້າສູ່ພື້ນທີ່ ແຫ່ງການປະດິດສ້າງ ລະດັບໂລກ ເທື່ອລະກ້າວ.

ການທີ່ໝູ່ບ້ານອາຊີບ ຝັງເປືອກຫອຍ ແລະ ຂັດມັນ ຈວຽນໝີ໊ ໄດ້ ເຂົ້າເປັນສະມາຊິກ ຂອງເຄືອຂ່າຍ ບັນດາຕົວເມືອງຫັດຖະກຳ ປະ ດິດສ້າງໂລກ ໄດ້ເປັນຂີດໝາຍ ບາດກ້າວອັນສຳຄັນ ຂອງ ຫັດຖະ ກຳ ຫວຽດ ໃນເສັ້ນທາງແຫ່ງການເຊື່ອມໂຍງ. ຈາກມໍລະດົກ ທີ່ມີ ມາ ເກືອບໜຶ່ງພັນປີ, ຈວຽນໝີ໊ ກໍາລັງ ເຜີຍແຜ່ຄຸນຄ່າ ທາງວັດທະ ນະທຳ ດັ້ງເດີມ ເຂົ້າສູ່ພື້ນທີ່ ແຫ່ງການປະດິດສ້າງ ລະດັບໂລກ ເທື່ອລະກ້າວ.

ມໍລະດົກ ທີ່ມີຊີວິດ ໃນກະແສແຫ່ງການເຊື່ອມໂຍງ

ຕົ້ນປີ 2026, ໝູ່ບ້ານອາຊີບ ຝັງເປືອກຫອຍ ແລະ ເຄື່ອງຂັດມັນ ຈວຽນໝີ໊ (ຕາແສງ ຈວຽນໝີ໊, ນະຄອນ ຮ່າໂນ້ຍ) ໄດ້ເຂົ້າເປັນ ສະ ມາຊິກ ຂອງ ເຄືອຂ່າຍ ບັນດາຕົວເມືອງຫັດຖະກຳ ປະດິດສ້າງ ໂລກ ຢ່າງເປັນທາງການ, ກາຍເປັນໜຶ່ງໃນຈຳນວນໜ້ອຍ ຂອງ ໝູ່ ບ້ານອາຊີບຢູ່ ຫວຽດນາມ ທີ່ໄດ້ຮັບນາມມະຍົດນີ້.

ບັນດາຊ່ຽວຊານ ຈາກສະພາຫັດຖະກຳໂລກ (WCC) ຢູ່ທີ່ ຫໍບູຊາ ບັນພະບຸລຸດຂອງອາຊີບ ຝັງເປືອກຫອຍ ຈວຽນໝີ໊ - ໝູ່ບ້ານອາຊີບ ທີ່ມີປະຫວັດຄວາມເປັນມາກວ່າ 1.000 ປີ. ພາບ: ຫວຽດເກື່ອງ/VNP
ຄະນະຜູ້ແທນ ສະພາຫັດຖະກຳໂລກ (WCC) ຢ້ຽມຢາມ ຫໍບູຊາ ຈວຽນຈຸງ (ຕາແສງ ຈວຽນໝີ໊). ພາບ: ຫວຽດເກື່ອງ/VNP

ໂດຍໄດ້ຮັບການສ້າງຕັ້ງຂຶ້ນ ຕັ້ງແຕ່ສະຕະວັດ ທີ XI ດ້ວຍປະຫວັດ ສາດ ເກືອບ 1.000 ປີ, ຈວຽນໝີ໊ ແມ່ນບ່ອນເຕົ້າໂຮມ ແລະ ພັດ ທະນາອາຊີບ ຝັງເປືອກຫອຍ ແລະ ເຄື່ອງຂັດມັນ ຜ່ານຫຼາຍລຸ້ນ ຄົນ. ອາຊີບດັ່ງກ່າວໄດ້ລວມຕົວ ຢູ່ບັນດາບ້ານ ຈວນເຖື້ອງ, ຈວນ ຫ້າ, ຈວນຫງໍ້, ຈວນຈຸງ ແລະ ໂບ໋ຍເຄ, ສ້າງເປັນພື້ນທີ່ໝູ່ບ້ານອາ ຊີບ ທີ່ມີເອກະລັກ, ຕິດພັນກັບຊີວິດການເປັນຢູ່ຂອງຊຸມຊົນ.

ທ່ານ Sundeep Kumar, ຮອງປະທານ WCC ເຂດ ອາຊີ - ປາຊີຟິກ ແລະ ບັນດາສະມາຊິກ ໃນຄະນະ ມີຄວາມປະທັບໃຈ ຢ່າງຍິ່ງ ຕໍ່ກັບປະຫວັດສາດ ທີ່ຍາວນານນັບພັນປີ ຂອງໝູ່ບ້ານ ຝັງເປືອກຫອຍ ຈວຽນໝີ໊. ພາບ: ຫວຽດເກື່ອງ/VNP
ຄະນະຜູ້ແທນ WCC ເບິ່ງເອກະສານກ່ຽວກັບ ໝູ່ບ້ານອາຊີບຂັດມັນ, ຝັງເປືອກຫອຍ ຈວຽນໝີ໊. ພາບ: ຫວຽດເກື່ອງ/VNP

ປັດຈຸບັນ, ໝູ່ບ້ານອາຊີບ ມີຊ່າງສິລະປິນ 20 ຄົນ ທີ່ໄດ້ຮັບການຮັບ ຮອງ ຈາກລັດ ພ້ອມດ້ວຍນາຍຊ່າງ ທີ່ມີສີມືດີ ຫຼາຍພັນຄົນ. ຈາກ ເຕັກນິກຫັດຖະກຳ ທີ່ປານີດ, ບັນດານາຍຊ່າງໄດ້ສ້າງ ຜະລິດຕະພັນ ທີ່ຫຼາກຫຼາຍປະເພດ ເຊັ່ນ: ຕຽງໄມ້ເນື້ອດີ, ຕູ້ໂຊ, ຊຸດໂຕະຕັ່ງ, ຖາດ ນ້ຳຊາ, ພາບຝັງເປືອກຫອຍ, ເຕົ້າດອກໄມ້... ຊຶ່ງລ້ວນແຕ່ ເຂັ້ມຂຸ້ນໄປດ້ວຍຄຸນຄ່າດ້ານຄວາມງາມ ແລະ ເອກະລັກ ທາງວັດທະນະທຳ.

ໃນຂະບວນການສ້າງເອກະສານ ເພື່ອເຂົ້າຮ່ວມເຄືອຂ່າຍ, ອຳນາດ ການປົກຄອງທ້ອງຖິ່ນ ແລະ ຖັນແຖວນາຍຊ່າງ ໄດ້ປະສານງານ ຢ່າງໃກ້ຊິດ ກັບບັນດາອົງການວິຊາການ ເພື່ອຕອບສະໜອງ ຕາມ ມາດຖານທີ່ເຂັ້ມງວດ. ກິດຈະກຳຫຼາຍຢ່າງ ໄດ້ຖືກຈັດຕັ້ງປະຕິບັດ ຢ່າງເປັນລະບົບ ເຊັ່ນ: ການຍົກລະດັບພື້ນທີ່ວາງສະແດງ, ການຈັດ ເລື່ອງລາວທາງວັດທະນະທຳ ທີ່ຕິດພັນກັບຜະລິດຕະພັນ ໃຫ້ເປັນ ລະບົບ ແລະ ການປັບປຸງສະພາບແວດລ້ອມ ຂອງໝູ່ບ້ານອາຊີບ ຕາມທິດ ຂຽວ - ສະອາດ - ງາມ.

ລວດລາຍສິລະປະ ຂອງ ອາຊີບຝັງເປືອກຫອຍ ຢູ່ເທິງ ວໍ ພະອໍລະຫັນ ໃນງານບຸນຢູ່ ຈວຽນໝີ໊. ພາບ: ຫວຽດເກື່ອງ/VNP

ໃນເດືອນ ພະຈິກ 2025, ຈວຽນໝີ໊ ໄດ້ຕ້ອນຮັບຄະນະຜູ້ແທນ ສາ ກົນ ເກືອບ 200 ທ່ານ, ລວມມີຜູ້ຊ່ຽວຊານດ້ານຫັດຖະກຳ ແລະ ນັກຄົ້ນຄວ້າ ເຂົ້າມາທັດສະນະສຶກສາ, ສໍາຫຼວດ ແລະ ປະເມີນຜົນ. ບັນດາຜູ້ຊ່ຽວຊານໄດ້ຍອມຮັບ ເຖິງຄວາມພະຍາຍາມ ຂອງ ທ້ອງ ຖິ່ນ ໃນການປະສົມປະສານ ຢ່າງກົມກຽວກັນ ລະຫວ່າງ ການອະນຸ ລັກຮັກສາ ລັກສະນະດັ້ງເດີມ ແລະ ການປະດິດສ້າງໃໝ່.

 

ແຮງຜັກດັນໃໝ່ ເພື່ອການພັດທະນາ ທ່ີຍືນຍົງ

ທ່ານນາງ ຫງວຽນທິຖຸ່ຍເຮືອງ, ຮອງປະທານ ຄະນະກຳມະການປະ ຊາຊົນຕາແສງ ຈວຽນໝີ໊ ໃຫ້ຮູ້ວ່າ ການເຂົ້າຮ່ວມເຄືອຂ່າຍ ປະດິດ ສ້າງ ໄດ້ນຳເອົາໂອກາດ ທີ່ແທດເຖິງຫຼາຍຢ່າງ ມາໃຫ້ທ້ອງຖິ່ນ. “ຜ່ານເຄືອຂ່າຍນີ້, ບັນດາຊ່າງສິລະປິນ ແລະ ນາຍຊ່າງ ໃນໝູ່ບ້ານ ອາຊີບ ມີພື້ນທີ່ ໃນການເຊື່ອມຕໍ່, ຮຽນຮູ້ບົດຮຽນ, ເຂົ້າເຖິງທ່າອ່ຽງ ການອອກແບບໃໝ່ໆ, ຈາກນັ້ນ ຊ່ວຍຍົກສູງຄຸນຄ່າ ຂອງ ຜະລິດ ຕະພັນ”.

 

ຄະນະ WCC ຢ້ຽມຢາມຫ້ອງຮຽນ ຖ່າຍທອດອາຊີບ ຢູ່ ຈວຽນໝີ໊. ພາບ: ຫວຽດເກື່ອງ/VNP
 

 

ບໍ່ພຽງແຕ່ຢຸດຢູ່ທີ່ການຜະລິດເທົ່ານັ້ນ, ຈວຽນໝີ໊ ຍັງມຸ່ງໄປສູ່ ການ ພັດທະນາ ການທ່ອງທ່ຽວໝູ່ບ້ານອາຊີບ, ດຶງດູດນັກທ່ອງທ່ຽວ ທັງ ຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ຖືວ່າແມ່ນທິດທາງທີ່ສຳຄັນ ເພື່ອ ສ້າງວຽກເຮັດງານທຳຕື່ມອີກ, ຍົກສູງລາຍຮັບ ແລະ ຊຸກຍູ້ ການພັດ ທະນາ ເສດຖະກິດ - ສັງຄົມຂອງທ້ອງຖິ່ນ.  

ບົນພື້ນຖານມໍລະດົກ ທີ່ມີຢູ່ແລ້ວ, ທ້ອງຖິ່ນຍັງໄດ້ຖືເປັນສຳຄັນ ການປ່ຽນໃໝ່ ວິທີການເຂົ້າເຖິງອາຊີບດັ້ງເດີມ, ສົມທົບການນຳໃຊ້ ເຕັກໂນໂລຊີ ດີຈີຕອນ, ສ້າງຄວາມຫຼາກຫຼາຍ ໃນຊ່ອງທາງ ການໂຄສະນາ ແລະ ປັບປຸງຮູບແບບຜະລິດຕະພັນ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງ ຕະຫຼາດສາກົນ.

 

ສະມາຊິກ WCC ປະທັບໃຈກັບຜະລິດຕະພັນທີ່ປະນີດ ຢູ່ໝູ່ ບ້ານອາຊີບ ຈວຽນໝີ໊. ພາບ: ຫວຽດເກື່ອງ/VNP
 

 

ທ່ານ ຫງວຽນຫື໊ວຈີ໋, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຈວຽນໝີ໊ ຖືວ່າ ທ່າແຮງສຸດ ຂອງ ທ້ອງຖິ່ນ ແມ່ນລະບົບ ໝູ່ບ້ານອາ ຊີບ ດັ້ງເດີມ ທີ່ມີປະຫວັດຄວາມເປັນມາ ທ່ີຍາວນານ. “ປະຊາຊົນ  ມີຄວາມຕື່ນຕົວໃນການຮັກສາ, ຂະຫຍາຍການຜະລິດ, ຄ່ອຍໆ ຍົກສູງຄຸນນະພາບ ຜະລິດຕະພັນ ເພື່ອຕອບສະໜອງ ຄວາມຕ້ອງ ການ ທີ່ນັບມື້ນັບສູງ ຂອງ ຕະຫຼາດ”.  

ໃນປີ 2025, ຍອດມູນຄ່າ ການຜະລິດ ອຸດສາຫະກຳ - ຫັດຖະກໍາ ທັງໝົດ ຂອງ ຕາແສງ ບັນລຸໄດ້ກວ່າ 2.400 ຕື້ດົ່ງ, ເພີ່ມຂຶ້ນເກືອບ 10% ເມື່ອທຽບກັບປີຜ່ານມາ. ຕົວເລກນີ້ໄດ້ສະທ້ອນໃຫ້ເຫັນເຖິງ ການປ່ຽນແປງໄປໃນທາງບວກ ຂອງໝູ່ບ້ານອາຊີບ ໃນສະພາບ ການ ແຫ່ງການເຊື່ອມໂຍງ.

 

ຄະນະຜູ້ແທນ WCC ລົງສຳຫຼວດຕົວຈິງ ຢູ່ສະຖານທີ່ຜະລິດ, ຮັບຟັງສິລະປິນອາວຸໂສ ແບ່ງປັນກ່ຽວກັບ ຂະບວນການຜະລິດ ແລະ ທິດທາງການພັດທະນາ. ພາບ: ຫວຽດເກື່ອງ/VNP

ການໄດ້ເປັນສະມາຊິກ ຂອງ ເຄືອຂ່າຍ ບັນດາຕົວເມືອງຫັດຖະກຳ ປະດິດສ້າງໂລກ ບໍ່ພຽງແຕ່ແມ່ນນາມມະຍົດ ເທົ່ານັ້ນ, ແຕ່ຍັງແມ່ນ ແຮງຜັກດັນໃຫ້ ຈວຽນໝີ໊ ສືບຕໍ່ປະດິດສ້າງ ແລະ ພັດທະນາ. ຈາກ ໝູ່ບ້ານອາຊີບ ແບບດັ້ງເດີມ, ຈວຽນໝີ໊ ພວມຄ່ອຍໆ ຢືນຢັນຖານະ ບົດບາດຂອງຕົນ ເທິງແຜນທີ່ ແຫ່ງຄວາມຄິດສ້າງສັນ ຂອງໂລກ, ປະກອບສ່ວນເຜີຍແຜ່ ຄຸນຄ່າ ທາງວັດທະນະທຳ ຫວຽດນາມ ຢ່າງ ຍືນຍົງ ໃນຍຸກສະໄໝໃໝ່.

ບົດ ແລະ ພາບ: ຫວຽດເກື່ອງ/VNP - ແປໂດຍ: ບິກລຽນ


top