ຂ່າວສານ

ງົບປະມານ ເພື່ອປະຕິບັດໂຄງການເປົ້າໝາຍແຫ່ງຊາດ ຫຼຸດຜ່ອນຄວາມທຸກຍາກໄລຍະ 2021 – 2025 ແມ່ນ 75.000 ຕື້ດົ່ງ

      ງົບປະມານໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025 ຕ່ຳສຸດແມ່ນ 75.000 ຕື້ດົ່ງ. 
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ລາຍງານສະພາບການຕໍ່ສະພາແຫ່ງຊາດ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ເຊັນຂໍ້ຕົກລົງເລກທີ 90 ວ່າດ້ວຍການອະນຸມັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກໄລຍະ 2021 – 2025 ດ້ວຍຈຸດປະສົງຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຫຼາຍດ້ານ. ຕາມນັ້ນແລ້ວ, ງົບປະມານໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025 ຕ່ຳສຸດແມ່ນ 75.000 ຕື້ດົ່ງ. ກ່ຽວກັບເປົ້າໝາຍລະອຽດ, ອັດຕາຄອບຄົວທຸກຍາກຕາມມາດຕະຖານທຸກຍາກຫຼາຍດ້ານ ແມ່ນຮັກສາໃຫ້ຢູ່ໃນລະດັບ 1,0% ຫາ 1,5% ຕໍ່ປີ; ອັດຕາຄອບຄົວທຸກຍາກທີ່ເປັນຊົນເຜົ່າສ່ວນໜ້ອຍຫຼຸດລົງກວ່າ 3% ຕໍ່ປີ; ເມືອງທຸກຍາກ 30%, ຕາແສງທຸກຍາກເປັນພິເສດຢູ່ເຂດແຄມທະເລ ແລະ ໝູ່ເກາະ ຫຼຸດພົ້ນອອກຈາກສະພາບທຸກຍາກ, ຫຍຸ້ງຍາກເປັນພິເສດ ແມ່ນ 30%, ນຳອັດຕາຄອບຄົວທຸກຍາກຢູ່ບັນດາເມືອງທຸກຍາກໃຫ້ຫຼຸດລົງ ແຕ່ 4 ຫາ 5% ຕໍ່ປີ. ສ່ວນໝາກຜົນ ແລະ ຄາດໝາຍຕົ້ນຕໍນັ້ນ ປີ 2025 ຕ້ອງໃຫ້ບັນລຸ: ສູ້ຊົນຫຼຸດຈຳນວນຄອບຄົວທຸກຍາກ ແລະ ຄອບຄົວໃກ້ຈະທຸກຍາກລົງ 1 – 2% ເມື່ອທຽບໃສ່ຕົ້ນໄລຍະຕາມມາດຕະຖານທຸກຍາກຫຼາຍດ້ານຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)


top