ຂ່າວສານ

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ຕອນບ່າຍວັນທີ 31 ມີນາ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ - ນະຄອນ ໂຮຈີມິນ ໄດ້ຈັດງານປະກວດຊຸດອາພອນປະຈຳຊາດ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ໂດຍສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ສະຫະພັນແມ່ຍິງ ເມືອງ 11 ສົມທົບກັນຈັດຂຶ້ນ.
ພາບໃນງານປະກວດຊຸດອາພອນປະຈຳຊາດ ອາຊີຕາເວັນອອກສ່ຽງໃຕ້ ປີ 2023

ເຂົ້າຮ່ວມງານປະກວດດັ່ງກ່າວ ມີນັກຮຽນ, ນັກສຶກສາ, ອະດີດນັກສຶກສາຕ່າງປະເທດທີ່ພວມເຮັດວຽກ, ຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ຜູ້ຕາງໜ້າບັນດາສະມາຄົມມິດຕະພາບ ແລະ ສະມາຊິກສະມາຄົມແມ່ຍິງ. ລາຍການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ເພີ່ມທະວີການໂຄສະນາ, ເຜີຍແຜ່ກ່ຽວກັບການສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ ແລະ ຮ່ວມສຳພັນຢ່າງສະໜິດແໜ້ນ. ໃນນັ້ນ, ຊຸດອາພອນປະຈຳຊາດຂອງບັນດາປະເທດ ກໍເປັນການເຊີດຊູຄວາມງາມຂອງປະເທດຊາດ, ປະຊາຊົນ, ປະຫວັດສາດຂອງປະເທດນັ້ນ, ເຊິ່ງເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງແຕ່ລະປະເທດ.

ນີ້ກໍແມ່ນໂອກາດເພື່ອຊຸກຍູ້ການພົວພັນແລກປ່ຽນ, ສ້າງສາຍພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ, ກໍຄື ເພີ່ມທະວີຄວາມສາມັກຄີຂອງປະຊາຊົນໃນປະຊາຄົມ ອາຊຽນ.


top