ຂ່າວສານ

ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ

ບັນດາພາບຖ່າຍ, ເອກະສານທີ່ນຳມາວາງສະແດງໄດ້ຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຂອງ ຫວຽດນາມ ຕໍ່ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໂດຍສ່ອງແສງໃຫ້ເຫັນມູນເຊື້ອປະຫວັດສາດ ການປະຕິວັດຂອງປະຊາຊົນ, ສີສັນວັດທະນະທຳຂອງວົງຄະນະຍາດບັນດາເຜົ່າ ຫວຽດນາມເວົ້າລວມ ແລະ ແຂວງບັກຢາງເວົ້າສະເພາະ.

ບັນດາພາບຖ່າຍ, ເອກະສານທີ່ນຳມາວາງສະແດງໄດ້ຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຂອງ ຫວຽດນາມ ຕໍ່ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໂດຍສ່ອງແສງໃຫ້ເຫັນມູນເຊື້ອປະຫວັດສາດ ການປະຕິວັດຂອງປະຊາຊົນ, ສີສັນວັດທະນະທຳຂອງວົງຄະນະຍາດບັນດາເຜົ່າ ຫວຽດນາມເວົ້າລວມ ແລະ ແຂວງບັກຢາງເວົ້າສະເພາະ.

    

ບັນດາຜູ້ແທນເຂົ້າຊົມງາມວາງສະແດງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022) ແລະ 68 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ (7 ພຶດສະພາ 1954 – 7 ພຶດສະພາ 2022), ວັນທີ 20 ເມສາ ຢູ່ຫໍພິພິທະພັນແຂວງບັກຢາງ ໄດ້ໄຂງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”, ບັນດາຊົນເຜົ່າ ແລະ ສາສະໜາຢູ່ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບັນດາວັດຖຸທີ່ເປັນອະນຸສອນໃນແຕ່ລະໄລຍະ.

ນະທີ່ນີ້ ໄດ້ວາງສະແດງພາບຖ່າຍ 80 ແຜ່ນ, ວັດຖຸພັນ 42 ຢ່າງ ດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ພາບຖ່າຍ 180 ແຜ່ນກ່ຽວກັບບັນດາຊົນເຜົ່າ ແລະ ສາສະໜາຢູ່ ຫວຽດນາມ ພ້ອມກັບ ພາບຖ່າຍ ແລະ ວັດຖຸພັນ 200 ຢ່າງທີ່ເປັນອະນຸສອນ ຂອງທະຫານ ແລະ ປະຊາຊົນແຂວງບັກຢາງ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາເຂົ້າມາຮຸກຮາມ.

ບັນດາພາບຖ່າຍ, ເອກະສານທີ່ນຳມາວາງສະແດງໄດ້ຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຂອງ ຫວຽດນາມ ຕໍ່ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໂດຍສ່ອງແສງໃຫ້ເຫັນມູນເຊື້ອປະຫວັດສາດ ການປະຕິວັດຂອງປະຊາຊົນ, ສີສັນວັດທະນະທຳຂອງວົງຄະນະຍາດບັນດາເຜົ່າ ຫວຽດນາມເວົ້າລວມ ແລະ ແຂວງບັກຢາງເວົ້າສະເພາະ, ເປັນການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຊົນເຜົ່າ ແລະ ສາສະໜາໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ງານວາງສະແດງຈະດຳເນີນຮອດທ້າຍເດືອນພຶດສະພາ ປີ 2022 ຈຶ່ງຈະອັດລົງ.

(ແຫຼ່ງຄັດຈາກ VOV)


top