ຂ່າວສານ

ງານ​ວາງ​ສະ​ແດງ “​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ຫວຽດ​ນາມ” ຢູ່​ແຂວງ​ກ໋​ວາງ​ນາມ

ງານວາງສະແດງຈະດຳເນີນແຕ່ວັນທີ 8 ກໍລະກົດ ຫາວັນທີ 13 ກໍລະກົດ ປີ 2022 ຢູ່ສວນຮູບປັ້ນ ອານໂຮ້ຍ, ນະຄອນໂຮ້ຍອານ, ແຂວງກ໋ວາງນາມ ແລະ ໃນເວັບໄຊ http://trienlamvhnt.vn. ງານວາງສະແດງມີ 3 ເຂດວາງສະແດງ
  ພາບປະກອບ: ຄະນະຈັດຕັ້ງ  

ໂດຍໄດ້ຂ່ຳນັບປີທ່ອງທ່ຽວແຫ່ງຊາດ ກ໋ວາງນາມ ປີ 2022 ດ້ວຍຫົວຂໍ້ “ກ໋ວາງນາມ - ສະຖານທີ່ທ່ອງທ່ຽວຂຽວ”, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ມອບໃຫ້ສູນວາງສະແດງວັດທະນະທຳ, ສິລະປະ ຫວຽດນາມ ສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງ ຈັດງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ”.

ງານວາງສະແດງຈະດຳເນີນແຕ່ວັນທີ 8 ກໍລະກົດ ຫາວັນທີ 13 ກໍລະກົດ ປີ 2022 ຢູ່ສວນຮູບປັ້ນ ອານໂຮ້ຍ, ນະຄອນໂຮ້ຍອານ, ແຂວງກ໋ວາງນາມ ແລະ ໃນເວັບໄຊ http://trienlamvhnt.vn. ງານວາງສະແດງມີ 3 ເຂດວາງສະແດງຄື: ເຂດວາງສະແດງພາບຖ່າຍທີ່ມີຫົວຂໍ້ວ່າ “ການ ທ່ອງທ່ຽວຢູ່ເຂດດິນແດນແຫ່ງມໍລະດົກ ຫວຽດນາມ”, ເຂດວາງສະແດງ “ການທ່ອງທ່ຽວບັນດາໝູ່ບ້ານຫັດຖະກຳ ຫວຽດນາມ”, ເຂດວາງສະແດງ: “ສີສັນແຫ່ງມໍລະດົກ” ຂອງ 25/63 ແຂວງ, ນະຄອນໃນທົ່ວປະເທດ.


top