ຂ່າວສານ

ງານ​ວາງ​ສະ​ແດງ “ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບ​ແບ​ບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ

ໃນເຫດການດັ່ງກ່າວ ໄດ້ວາງສະແດງພາບຖ່າຍ, ເອກະສານ, ວັດຖຸພັນ ແລະ ປຶ້ມເກືອບ 500 ຢ່າງ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ອຸດົມສົມບູນ ແລະ ມີຊີວິດຊີວາໃນ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”.
  ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ແລະ ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ຕັດແທບຜ້າໄຂງານວາງສະແດງ   

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ດຳເນີນພິທີໄຂງານວາງສະແດງເອກະສານ, ຮູບພາບ, ວັດຖຸພັນ ແລະ ປຶ້ມກ່ຽວກັບ “ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ເຂົ້າຮ່ວມພິທີ, ຝ່າຍ ຫວຽດນາມ ມີທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ; ສ່ວນຝ່າຍ ລາວ ມີທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລມິງຮຶງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ, ເນັ້ນໜັກວ່າ:

ງານວາງສະແດງໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຜົນງານບົດບາດສຳຄັນຂອງການພົວພັນໄມຕີຈິດມິດຕະພາບຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານລະຫວ່າງສອງຊາດ ທີ່ມີຕໍ່ຂະບວນວິວັດແຫ່ງການປະຕິວັດຂອງແຕລະປະເທດງານວາງສະແດງຄັ້ງນີ້ ກໍໄດ້ສຸມໃສ່ເນັ້ນບັນດາຂີດໝາຍປະຫວັດສາດບັນດາເຫດການສຳຄັນຜົນງານພົ້ນເດັ່ນ ເຊິ່ງປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນວິວັດແຫ່ງການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດການປົກປັກຮັກສາ ແລະ ພັດທະນາຢູ່ແຕ່ລະປະເທດ”.

ໃນເຫດການດັ່ງກ່າວ ໄດ້ວາງສະແດງພາບຖ່າຍ, ເອກະສານ, ວັດຖຸພັນ ແລະ ປຶ້ມເກືອບ 500 ຢ່າງ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ອຸດົມສົມບູນ ແລະ ມີຊີວິດຊີວາໃນ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ບັນດາວັດຖຸພັນໄດ້ວາງສະແດງຢູ່ທີ່ນີ້ ແມ່ນໄດ້ຮັບປະກັນລັກສະນະເປັນລະບົບ, ແທ້ຈິງ ແລະ ພາວະວິໄສ, ເຊິ່ງໄດ້ສ່ອງແສງໃຫ້ເຫັນວິວັດແຫ່ງການກໍ່ຕັ້ງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຜ່ານແຕ່ລະໄລຍະປະຫວັດສາດ, ໃນນັ້ນ ມີເອກະສານ, ຮູບພາບ, ວັດຖຸພັນຫຼາຍຢ່າງທີ່ໄດ້ຮັບການອັບເດດ, ເກັບກຳແຕ່ປີ 2017 ມານີ້.

ງານວາງສະແດງ “ສາຍພົວພັນໄມຕີຈິດມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈະອັດລົງໃນວັນທີ 18 ຕຸລາ 2022./.


top