ຕອນຄ່ຳວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສະຖາປະນາ ສະຫະລັດ ອາເມລິກາ ຄົບຮອບ 249 ປີ ແລະ 30 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (11/7/1995-11/7/2025) ຂຶ້ນຢ່າງສົມກຽດ.
ທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper ກ່າວຄຳເຫັນທີ່ງານລ້ຽງ
ກ່າວຄຳເຫັນໃນງານລ້ຽງ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ໄດ້ຫວນຄືນບັນດາຄວາມຄວບໜ້າອັນຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນ 30 ປີຜ່ານມາ. ພ້ອມທັງຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຍູ້ແຮງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ. ໂດຍຕາງໜ້າໃຫ້ລັດຖະບານ ຫວຽດນາມ, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອາເມລິກາ ເປັນຄູ່ຮ່ວມມືທີ່ມີຄວາມສຳຄັນສຸດທະສາດ ແລະ ຕີລາຄາສູງຄຳໝັ້ນສັນຍາຂອງ ອາເມລິກາ ທີ່ສະໜັບສະໜູນການສ້າງ ປະເທດ ຫວຽດນາມ ເຂັ້ມແຂງ, ເອກະສານ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ; ພ້ອມທັງສະແດງຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍປະສິດທິຜົນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.
ເນື່ອງໃນໂອກາດນີ້, ສະຖານທູດ ອາເມລິກາ ກໍສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ຈັດພິທີມອບ - ຮັບເຄື່ອງອຸປະກອນ, ວັດສະດຸ, ທາດເຄມີ ແລະ ຂັ້ນຕອນການວິໄຈ AND ແນໃສ່ຮັບໃຊ້ການຢັ້ງຢືນອັດຖິຂອງນັກຮົບນິລະນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ ຫວຽດນາມ.
ໄປຄຽງຄູ່ກັນນັ້ນ, ວັນທີ 11 ກໍລະກົດ ຕາມເວລາ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ກໍໄດ້ສົ່ງສານອວຍພອນຂີດໝາຍ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາເມລິກາ.