ຂ່າວສານ

ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9

ໃນລະຫວ່າງວັນທີ 1 – 4 ກັນຍາ, ຢູ່ນະຄອນດ່ານັ້ງ, ໄດ້ດຳເນີນວັນບຸນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ໂດຍພະແນກພົວພັນຕ່າງປະເທດ ນະຄອນດ່ານັ້ງ ສົມທົບກັບ ສະຖານກົງສູນໃຫຍ່ ສ.ເກົາຫຼີປະຈຳດ່ານັ້ງ ຈັດຂຶ້ນ.
  ທ່ານ ຮວຽນດຶກເຈື່ອງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັ້ງ ກ່າວຄຳເຫັນໄຂງານບຸນ  

 

ໂດຍຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ ວັນຊາດ ຫວຽດນາມ, ງານບຸນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ແມ່ນເຫດການວັດທະນະທຳ, ການພົວພັນຕ່າງປະເທດ ສຳຄັນ ແລະ ມີຄວາມໝາຍເປັນຂີດໝາຍສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ. ຜ່ານການເຄື່ອນໄຫວຫຼາຍກິດຈະກຳທີ່ເປັນເອກະລັກ, ການພົບປະແລກປ່ຽນໃນຫຼາຍຂົງເຂດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບ ລະຫວ່າງນະຄອນດ່ານັ້ງ ແລະ ທ້ອງຖິ່ນຕ່າງໆຂອງ ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ. ມີ 40 ຮ້ານວາງສະແດງຂາຍສິນຄ້າຂອງອົງການຈັດຕັ້ງ, ຫົວໜ່ວຍພາຍໃນປະເທດ ແລະ ການຈັດຕັ້ງ, ວິສາຫະກິດ ສ.ເກົາຫຼີ ໄດ້ແນະນຳກ່ຽວກັບອາຫານການກິນ, ສິນຄ້າສົມໃຊ້, ວັດທະນະທຳ, ການສຶກສາ… ທ່ານ ຮວຽນດຶກເຈື່ອງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັ້ງໃຫ້ຮູ້ວ່າ:

ການເຄື່ອນໄຫວຈັດກິດຈະກຳຄືແນວນີ້ ໄດ້ປະກອບສ່ວນເພີ່ມທະວີ, ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າໃນການເປີດກວ້າງການພົວພັນຮ່ວມມືສາກົນ, ເພີ່ມທະວີແຫຼ່ງກຳລັງກໍ່ຄືການເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນດ່ານັ້ງເວົ້າສະເພາະ.


top