ຂ່າວສານ

ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023

ໃນໂອກາດນີ້, ແຂວງຫ໋າຍເຢືອງຈະຕ້ອນຮັບ 2 ຄະນະຜູ້ແທນສາກົນ ຂອງແຂວງSuwon (ສ.ເກົາຫຼີ) ແລະ ແຂວງ Kagoshima (ຍີ່ປຸ່ນ). ນີ້ແມ່ນໂອກາດເພື່ອໃຫ້ແຂວງໂຄສະນາ, ແນະນຳ ບັນດາຄຸນຄ່າທາງດ້ານວັດທະນະທຳຂອງຊົນເຜົ່າ ໄປຍັງແຂກທ່ອງທ່ຽວສາກົນ.
    
ນີ້ແມ່ນຂໍ້ມູນໂດຍຄະນະຈັດຕັ້ງງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ປີ 2023 ປະກາດ ຢູ່ກອງປະຊຸມຖະແຫຼງຂ່າວທີ່ໄດ້ດຳເນີນໃນຕອນບ່າຍວັນທີ 26 ທັນວາ ຢູ່ແຂວງ ຫ໋າຍເຢືອງ. ຕາມນັ້ນແລ້ວ, ງານບຸນໄດ້ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການໂຄສະນາບັນດາຄຸນຄ່າທີ່ພົ້ນເດັ່ນໃນທົ່ວໂລກຂອງ ເຂດປູສະນີຍະສະຖານໃນວິວັດການ ແຂວງຫ໋າຍເຢືອງ ພ້ອມກັບບັນດາແຂວງ ກ໋ວາງນິງ, ບັກຢາງ ເຮັດສຳເລັດເອກະສານ ເຂດປູສະນີຍະສະຖານ ແລະ ທັດສະນີສະພາບ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ຍື່ນສະເໜີຕໍ່ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຮັບຮອງເອົາເປັນມໍລະດົກໂລກ.

top