ພ້ອມກັບ ຫວຽດນາມ, ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກເຊັ່ນ ຈີນ, ສິງກະໂປ, ກຳປູເຈຍ… ໄດ້ຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິຕິນ.
ບັນຍາກາດຕ້ອນຮັບບຸນປີໃໝ່ຢູ່ ປັກກິ່ງ, ຈີນ, ວັນທີ 13/2/2026 (ພາບ: REUTERS/Maxim Shemetov)
ເຖິງວ່າແຕ່ລະປະເທດຈະມີຮີດຄອງປະເພນີທີ່ແຕກຕ່າງກັນ, ຈຸດລວມຍັງຄົງແມ່ນມີຄວາມປາດຖະໜາຢາກເຕົ້າໂຮມກັນໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ປາດຖະໜາໃຫ້ປີໃໝ່ມີຄວາມສະຫງົບສຸກ ແລະ ບືນຕົວຂຶ້ນຢ່າງແຮງ.
ໄດ້ກາຍເປັນທຳນຽມແລ້ວ, ລາຍການ Gala ງານບຸນລະດູບານໃໝ່, ໄດ້ຮັບການຖ່າຍທອດສົດໃນຕອນຄ່ຳສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຍາມໃດກໍແມ່ນເຫດການທີ່ໄດ້ຮັບຄວາມລໍຄອຍທີ່ສຸດຢູ່ ຈີນ ໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ.
ຢູ່ຫ່າງໄກຈາກໜ່ວຍໂລກປະມານ 400 ກິໂລແມັດ, ບັນດາສະມາຊິກໃນຈຸບິນອາວະກາດ ສິນເຈົາ ກໍໄດ້ສົ່ງຄຳອວຍພອນປີໃໝ່.
ໃນຂະນະນັ້ນ, ບັນຍາກາດອັນອົບອຸ່ນ, ຄຶກຄັກໄດ້ແຜ່ກະຈາຍໄປຍັງຖະໜົນສາຍຕ່າງໆຢູ່ທຸກແຫ່ງຫົນຢູ່ເຂດໃຈກາງຂອງ ສິງກະໂປ. ສ່ວນປະຊາຊົນ ກຳປູເຈຍ, ໄທ ໄດ້ເຊື່ອມຕົວເຂົ້າກັບບັນດາລາຍການສະແດງຟ້ອນສິງໂຕທີ່ເປັນມູນເຊື້ອ.