ຂ່າວສານ

ງານ​ບຸນ ເກົາ​ຕາວ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວ​ເຜົ່າ​ມົ້ງ

ໃນລະຫວ່າງວັນທີ 4 – 5 ກຸມພາ ເຊິ່ງກົງກັບວັນທີ 14 – 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຄະນະກຳມະການປະຊາຊົນຕາແສງ ຊຸງຝ່າຍ, ນະຄອນ ລາຍເຈົາ ໄດ້ຈັດງານບຸນ ເກົາຕາວ ປີ 2023.
  ພິທີໄຫວ້ບູຊາ  

ງານບຸນດັ່ງກ່າວຖືກຈັດຂຶ້ນເພື່ອຖະຫວາຍແດ່ເທວະດີຟ້າແຖນທີ່ໄດ້ປົກຄອງ, ອຸປະຖຳຄ້ຳຊູໃຫ້ຄອບຄົວມີສຸຂະພາບແຂງແຮງ, ມີຄວາມວັດທະນາຖາວອນ ແລະ ພາວະນາຂໍເທວະດາຟ້າແຖນດົນບັນດານຄວາມສຸກ, ຄວາມໂຊກດີມາໃຫ້ແກ່ຄອບຄົວ. ພິເສດ, ນີ້ກໍແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນເຜົ່າມົ້ງໃນຕາແສງທີ່ໄປເຮັດວຽກຢູ່ໄກ ໄດ້ກັບມາເຕົ້າໂຮມພ້ອມກັບຄອບຄົວດ້ວຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ ກຽມກ້າວເຂົ້າສູ່ລະດູການໃໝ່.

 ນອກຈາກທຳພິທີກຳຕ່າງໆແລ້ວ, ກໍ່ຍັງມີກິດຈະກຳຕ່າງໆຄື: ການແຂ່ງຂັນຕຳເຂົ້າປ່ຽງ, ການປະກວດຊຸດອາພອນ, ສະແດງສິລະປະວັນນະຄະດີ, ຍິງໜ້າ…

 


top