ຂ່າວສານ

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ - ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ຜະ​ລິດ, ການ​ສົ່ງ​ອອກ​ນຳ​ເຂົ້າຍາມ​ທ້າຍ​ປີ

ມີຫຼາຍວາລະເຊື່ອມຕໍ່ສາກົນໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະ ອົງການສົ່ງເສີມທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ສິງກະໂປ, ນິວຊີແລນ ແລະ ສະຫະພາບເອີຣົບ, ບັນດາເຫດທຸລະກຳດຶງດູດຄວາມສົນໃຈ ແລະ ການຕີລາຄາຢ່າງຕັ້ງໜ້າຂອງຄູ່ຮ່ວມມືຕ່າງປະເທດ.
ງານຕະຫຼາດນັດລະດູໃບໄມ້ຫຼົ່ນ

ຕາມຂໍ້ມູນຂ່າວຈາກຄະນະຈັດຕັ້ງງານຕະຫຼາດນັດລະດູໃບໄມ້ຫຼົ່ນໃຫ້ຮູ້ວ່າ, ໃນຂອບເຂດງານຕະຫຼາດນັດ (ແຕ່ວັນທີ 26 ຕຸລາ ມາຮອດປັດຈຸບັນ) ໄດ້ມີກິດຈະກຳສົ່ງເສີມການຄ້າ, ເຊື່ອມຕໍ່ຜູ້ສະໜອງ ກັບຜູ້ມີຄວາມຕ້ອງການ, ກອງປະຊຸມແລກປ່ຽນການຄ້າ ນັບສິບກິດຈະກຳເພື່ອຊຸກຍູ້ການເຄື່ອນໄຫວສົ່ງອອກນຳເຂົ້າຍາມທ້າຍປີ. ພິເສດ, ມີຫຼາຍວາລະເຊື່ອມຕໍ່ສາກົນໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະ ອົງການສົ່ງເສີມທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ສິງກະໂປ, ນິວຊີແລນ ແລະ ສະຫະພາບເອີຣົບ, ບັນດາເຫດທຸລະກຳດຶງດູດຄວາມສົນໃຈ ແລະ ການຕີລາຄາຢ່າງຕັ້ງໜ້າຂອງຄູ່ຮ່ວມມືຕ່າງປະເທດ.

ວິສາຫະກິດ ນິວຊີແລັນ ຊອກຮູ້ກ່ຽວກັບຜະລິດຕະພັນຂອງ ຫວຽດນາມ

ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະ ການຄ້າ, ລວມຍອດມູນຄ່າການສົ່ງອອກນຳເຂົ້າສິນຄ້າໃນ 9 ເດືອນຂອງປີ 2025 ຄາດວ່າບັນລຸກວ່າ 680 ຕື້ USD, ເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກບັນລຸ 348,74 ຕື້ USD, ການນຳເຂົ້າບັນລຸ 331,92 ຕື້ USD. ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ໄດ້ດຳເນີນໃນໄຕມາດທີ 4 ແມ່ນໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ເຊັນສັນຍາຜະລິດ ແລະ ເພີ່ມທະວີການນຳເຂົ້າໃນໂອກາດທ້າຍປີນີ້, ສູ້ຊົນບັນລຸໄດ້ເປົ້າໝາຍທີ່ວາງອອກ. ທ່ານຟຸ່ງວັນແທ່ງ, ອະດີດທູດການຄ້າ, ຫ້ອງການການຄ້າ ຫວຽດນາມ ປະຈຳ ຟີລິບປິນ ໃຫ້ຮູ້ວ່າ:     

        “ຂ້າພະເຈົ້າໄດ້ແນະວິສາກິດຈຳນວນໜຶ່ງພິເສດແມ່ນບັນດາວິສາຫະກິດທີ່ດຳເນີນທຸລະກິດກວ່າ 70 ປີແລ້ວ ມາ ຫວຽດນາມ ຊອກຫາບັນດາປະເພດຜະລິຕະພັນກະເສດ ແລະ ອຸດສາຫະກຳ ຢູ່ ຫວຽດນາມຢາກຊອກຫາບັນດາໂອກາດຮ່ວມມືກັບວິສາກິດຢູ່ພາຍໃນປະເທດເພື່ອເປີດກວ້າງການລົງທຶນ ກໍຄືຊອກຫາໂອກາດລົງທຶນສ້າງໂຮງຈັກໂຮງງານເພື່ອສະໜອງບັນດາການບໍລິການຢູ່ ຫວຽດນາມ.”


top