ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ແມ່ນງານຕະຫຼາດນັດທີ່ມີຂອບຂະເໜາດໃຫຍ່ສຸດ, ເຂດວາງສະແດງທັນສະໄໝທີ່ສຸດ, ຜະລິດຕະພັນມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງທີ່ສຸດ ດ້ວຍຫຼາຍລາຍການທີ່ດູດດື່ມ ແລະ ໂປຼໂມຊັນດີທີ່ສຸດ.
ກອງປະຊຸມຖະແລງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025
ໃນກອງປະຊຸມຖະແລງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ໄດ້ດຳເນີນໃນຕອນບ່າຍວັນທີ 14 ຕຸລາ, ຄະນະຈັດຕັ້ງໃຫ້ຮູ້ວ່າ ເຫດການຈະດຳເນີນແຕ່ວັນທີ 25 ຕຸລາ ຫາວັນທີ 04 ພະຈິກ, ຢູ່ສູນວາງສະແດງ ຫວຽດນາມ (VEC), ນະຄອນ ຮ່າໂນ້ຍ. ງານຕະຫຼາດນັດ ມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ; ບັນດາກະຊວງ, ຂະແໜງການສູນກາງ, ພ້ອມດ້ວຍວິສາຫະກິດ, ສະຫະພັນ ແລະ ກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມ ແລະ ໂລກນັບພັນແຫ່ງ. ຫົວຂໍ້ “ເຊື່ອມຕໍ່ຜູ້ບໍລິໂພກກັບການຜະລິດ, ດຳເນີນທຸລະກິດ” ຂອງງານຕະຫຼາດນັດ ໄດ້ສະແດງໃຫ້ເຫັນຈິນຕະນາການວັດທະນະທຳມະນຸດ ແລະ ວິໄສທັດພັດທະນາຍາວນານ - ຖືມະນຸດເປັນໃຈກາງ ແລະ ກຳລັງໜູນຂອງພື້ນຖານເສດຖະກິດ. ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ແມ່ນງານຕະຫຼາດນັດທີ່ມີຂອບຂະເໜາດໃຫຍ່ສຸດ, ເຂດວາງສະແດງທັນສະໄໝທີ່ສຸດ, ຜະລິດຕະພັນມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງທີ່ສຸດ ດ້ວຍຫຼາຍລາຍການທີ່ດູດດື່ມ ແລະ ໂປຼໂມຊັນດີທີ່ສຸດ.
“ນີ້ແມ່ນເຫດການສົ່ງເສີມການຄ້າເສດຖະກິດການລົງທຶນຢູ່ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ມີຄວາມແຕກຕ່າງກັນ, ນັ້ນແມ່ນ: ກ່ຽວກັບປະລິມານວິສາຫະກິດເຂົ້າຮ່ວມງານຕະຫຼາດນັດ. ໄລ່ມາຮອດປັດຈຸບັນ, ຄະນະຈັດຕັ້ງຮັບຮູ້ມີການຈົດທະບຽນເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງ, ໃນນັ້ນ ມີປະມານ 100 ວິສາຫະກິດທີ່ມາຈາກບັນດາປະເທດໃນໂລກ, ເຊັ່ນ: ເອີຣົບ ແມ່ນ ຝລັ່ງ, ແບນຊິກ, ໂຮນລັງ, ອົດສະຕາລີ, ສະວິດ… ພ້ອມດ້ວຍບັນດາປະເທດໃນພາກພື້ນ ອາຊີຄື: ຈີນ, ບັນດາປະເທດ ອາຊຽນ, ອົດສະຕາລີ ແລະ ນິວຊີແລນ”.