ຂ່າວສານ

ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

      ຕອນເຊົ້າວັນທີ 27 ກໍລະກົດ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ ທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ. 

ການນຳພັກ, ລັດເຂົ້າສຸສານ ອາໄລຫາ ປະທານ ໂຮ່ຈີມິນ 
      ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບບັນດາພະນັກງານປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ຜູ້ຕາງໜ້າທະຫານເສຍອົງຄະ, ຍາດຕິພີ່ນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດ, ຜູ້ຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງ.
        ເປີດສາກພິທີ, ບັນດາຜູ້ແທນສະຫງວນເວລາໜຶ່ງນາທີ ເພື່ອອາໄລຫາເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໃນພາລະກິດການປະຕິວັດປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ.
        ເມື່ອອ່ານສູນທອນພົດທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາປະທານ ໂຮ່ຈີມິນ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ:
        ບັນດານັກຮົບວິລະຊົນທີ່ເສຍສະຫຼະຊິວິດເພື່ອຊາດ, ທະຫານເສຍອົງຄະ ໄດ້ເຮັດໃຫ້ປະເທດຊາດ, ປະຊາຊົນຮຸ່ງເຮືອງເຫຼືອງເຫຼື້ອມ. ເຂົາເຈົ້າໄດ້ຕໍ່ສູ້, ເສຍສະຫຼະຊີວິດເພື່ອປະເທດເອກະລາດ, ເສລີພາບ,ເປັນເອກະພາບ ແລະ ປະຊາຊົນຍືນຍົງຄົງຕົວຕະຫລອດໄປ. ພັກ, ລັດ ແລະ ປະຊາຊົນໄດ້ຍ້ອງຍໍ, ເຊີດຊູ, ຈົດຈຳບຸນຄຸນຂອງເຂົາເຈົ້າຕະຫຼອດໄປ, ຍາມໃດກໍ່ເອກອ້າງທະນົງໃຈ ແລະ ໝັ້ນໝາຍຈະສືບທອດ ແລະ ປະຕິບັດພາລະກິດປະຕິວັດໃຫ້ສຳເລັດຜົນ, ສົມກັບການເສຍສະຫຼະຊີວິດ, ການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດານັກປະຕິວັດຜູ້ອາວຸໂສ, ບັນດານັກຮົບວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ປະຊາຊົນ, ນັກຮົບໃນທົ່ວປະເທດ.

ບັນດານັກປະຕິວັດຜູ້ອາວຸໂສເຂົ້າຮ່ວມພິທີ
        ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ການເອົາໃຈໃສ່ເບິ່ງແຍງດູແລ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນແຜນນະໂຍບາຍ, ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ.
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ສຸສານໄວ້ອາໄລຫາປະທານ ໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)

top