ຂ່າວສານ

ງານໂຮມຊຸມນຸມມິດຕິງ ຕອບສະຫຼອງເດືອນເຄື່ອນໄຫວປ້ອງກັນ, ຕ້ານເຊື້ອ HIV ໂລກ AIDS ແຫ່ງຊາດ

ຕອນເຊົ້າວັນທີ 1 ທັນວາ, ຢູ່ແຂວງບັກຢາງຂອງຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນ ແຂວງ ຈັດຕັ້ງງານໂຮມຊຸມນຸມມິດຕິງ, ແຫ່ຂະບວນຕອບສະໜອງເດືອນເຄື່ອນໄຫວປ້ອງກັນ, ຕ້ານເຊື້ອ HIV ໂລກ AIDS ແຫ່ງຊາດ ແລະ ວັນປ້ອງກັນໂລກ HIV/AIDS ສາກົນ ປີ 2019  ດ້ວຍຫົວຂໍ້ “ພ້ອມກັນກະທໍາເພື່ອລົບລ້າງໂລກ AIDS”.

 ການແຫ່ຂະບວນຕອບສະໜອງເດືອນເຄື່ອນໄຫວປ້ອງກັນ, ຕ້ານເຊື້ອ HIV ໂລກ AIDS ແຫ່ງຊາດ ແລະ ວັນປ້ອງກັນໂລກ HIV/AIDS ສາກົນ ປີ 2019 (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ເພື່ອປ້ອງກັນ, ຕ້ານພະຍາດ HIV/AIDS ຕ້ອງປາສະຈາກຢາເສບຕິດ, ໄພໂສເພນີ ແລະ ບັນດາມາດຕະການເພື່ອໃຫ້ປະຊາຊົນທຸກຄົນປ້ອງກັນ ແລະ ສະກັດກັ້ນການຕິດແປດໂລກພະຍາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ ດ້ວຍການກະທໍາ, ການຮ່ວມແຮງຮ່ວມໃຈຂອງອໍານາດການປົກຄອງທຸກຂັ້ນ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດນໍາໜ້າໃນການລົບລ້າງໂລກລະບາດດັ່ງກ່າວ.

        ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນການປ້ອງກັນ HIV/AIDS, ທ່ານ Eamonn Murphy - ຜູ້ອໍານວຍການໂຄງການສົມທົບຂອງ ສປຊ ກ່ຽວກັບ HIV ແລະ AIDS (UNAIDS) ພາກພື້ນ ອາຊີ - ປາຊີຟິກ ໃຫ້ຮູ້ວ່າ: ໄລຍະ 2010 – 2018 ຫວຽດນາມ ໄດ້ບັນລຸໝາກຜົນຫຼຸດຜ່ອນຈໍານວນຜູ້ຕິດເຊື້ອ HIV ໃໝ່ລົງ 65% ແລະ ແມ່ນແບບຢ່າງທີ່ດີຂອງພາກພື້ນ. ປີ 2019 ແມ່ນ ປີທີ 11 ຢ່າງລຽນຕິດ, ເຊື້ອ HIV ໂລກ AIDS ຢູ່ຫວຽດນາມ ໄດ້ຄວບຄຸມ, ຫຼຸດຜ່ອນຈໍານວນຜູ້ຕິດໃໝ່, ຈໍານວນຜູ້ຫັນແຕ່ເຊື້ອ HIV ເປັນໂລກ AIDS ແລະ ຈໍານວນຜູ້ເສຍຊີວິດຍ້ອນໂລກ AIDS.

(ແຫຼ່ງຄັດຈາກ VOV)


top