ວັດທະນະທຳ

ງານແຕ່ງດອງຂອງຊົນເຜົ່າ ຢ້າວແດງ ຢູ່ ຕາຝິ່ນ

ງານແຕ່ງດອງ ຂອງເຈົ້າບ່າວ ຫຼີລາວຕາ ແລະ ເຈົ້າສາວ ຟານ ເລີໃໝ ຢູ່ຕາແສງ ຕາຝິ່ນ (ຊາປາ-ລາວກາຍ) ຍັງຮັກສາຮີດຄອງ ແບບ ດັ່ງເດີມ ຂອງຊາວເຜົ່າ ຢ້າວແດງ,  ສະແດງໃຫ້ເຫັນ ຄວາມເປັນມະນຸດ, ຄວາມສາມັກຄີ ທີ່ໄດ້ສືບທອດກັນ ມາຫຼາຍຮຸ່ນຄົນ. 

ຕາມຮີດຄອງປະເພນີ ຂອງຊົນເຜົ່າ ຢ້າວແດງ ຢູ່ ຕາຝິ່ນ, ໄດ້ ຮັບຄວາມອະນຸຍາດ ຂອງທັງສອງຄອບຄົວ, ພິທີສູ່ຂໍ ຈະໄດ້ ຈັດຂຶ້ນ ກ່ອນງານໜຶ່ງປີ. ໃນໄລຍະນີ້, ເຈົ້າສາວເຈົ້າບ່າວ ບໍ່ໄດ້ ໄປຫຼິ້ນ ຫຼື ໂອ້ລົມກັນ. ງານແຕ່ງດອງ ຕາມປະເພນີ ຂອງ ຊົນ ເຜົ່າ ຢ້າວແດງ ຕ້ອງຜ່ານບັນດາພິທີກໍາ ດັ່ງນີ້: ພິທີສູ່ຂໍ, ງານ ແຕ່ງ ແລະ ງານຢ້ຽມຂໍ່ານັບຄອບຄົວເຈົ້າສາວ. 

ໃນກາງເດືອນ ກຸມພາ, ຄອບຄົວ ເຈົ້າບ່າວ ຫຼີລາວຕາ ໄດ້ເລືອກ ມື້ ສັນວັນດີ ແລ້ວໄປຫາເຮືອນເຈົ້າສາວ ຟານເລີໃໝ ເພື່ອພ້ອມກັນກຳນົດສິນສອດ ແລະ ເວລາຈັດງານແຕ່ງດອງ ແລ້ວບັນທຶກໃສ່ ເຈ້ຍສີແດງ ສອງໃບ ເອີ້ນວ່າ “ດວງຊາຕາ”, ແຕ່ລະຝ່າຍຈະຮັກສາໄວ້ຝ່າຍລະໃບ ເພື່ອເປັນເຄື່ອງໝັ້ນໝາຍ. ສຳເລັດງານສູ່ຂໍ, ເຮືອນເຈົ້າບ່າວ ຈະມອບໃຫ້ເຮືອນເຈົ້າສາວ ປອກແຂນເງິນຄູ່ໜຶ່ງ ເພື່ອໃຫ້ພໍ່ແມ່ເຈົ້າສາວ ໃສ່ໃຫ້ລູກ. ໃສ່ປອກແຂນເງິນ ເທິງແຂນ, ໝາຍຄວາມວ່າ ຍິງສາວຄົນນັ້ນ “ມີຄູ່ໝັ້ນແລ້ວ”.  
 


ຄອບຄົວເຈົ້າບ່າວ ຫຼີລາວຕາ ຕ້ອນຮັບ ຄອບຄົວເຈົ້າສາວ ຟານ ເລີໃໝ. ພາບ: ຮວ່າງຮ່າ/VNP


ແມ່ເຈົ້າສາວ ຟານເລີໃໝ ແນະນຳ ຮີດຄອງປະເພນີ ມູນເຊື້ອ ຂອງ ຊົນເຜົ່າ ຢ້າວແດງ ໃຫ້ແກ່ລູກສາວ ກ່ອນເມືອ ຢູ່ເຮືອນ ຜົວ. ພາບ: ຮວ່າງຮ່າ/VNP


ໝໍພອນ ທໍາພິທີບູຊາ ດ້ວຍການຈູດກະດາດເງິນ ກະດາດ ຄຳ ໃຫ້ແກ່ໂລກແຫ່ງຄວາມສັດທາເຫຼື້ອມໃສ ຂອງຊົນເຜົ່າ ຢ້າວແດງ ໃນງານແຕ່ງດອງ. ພາບ: ຮວ່າງຮ່າ/VNP


ອາ ຂອງ ເຈົ້າບ່າວ ຕົ້ມໄກ່ ສໍາລັບ ງານລ້ຽງໃນມື້ຕ້ອນຮັບ ເຈົ້າສາວ. ພາບ: ຮວ່າງຮ່າ/VNP


ເຫຼົ້າ ທ່ີກຽມໄວ້ ເພື່ອງານລ້ຽງ ໃນມື້ຕ້ອນ ຮັບເຈົ້າສາວ. ພາບ: ຮວ່າງຮ່າ/VNP


ບັນດາຜ້າເຕັ໊ນ ທ່ີຫຼາຍສີສັນ ໄດ້ກະກຽມ ຢ່າງລະອຽດຕາມຮີດຄອງປະເພນີ. ພາບ: ຮວ່າງຮ່າ/VNP


ຄອບຄົວເຈົ້າສາວ ຕົກແຕ່ງຄືນ ຊຸດເຄື່ອງນຸ່ງ ຂອງເຈົ້າສາວ ກ່ອນຈະເຂົ້າພິທີສົມລົດ. ພາບ: ຮວ່າງຮ່າ/VNP


ຍາດຕິພີ່ນ້ອງ ຂອງເຈົ້າສາວ ສົ່ງເຈົ້າສາວ ເຂົ້າພິທີສົມລົດ ໃນເຮືອນເຈົ້າບ່າວ. ພາບ: ຮວ່າງຮ່າ/VNP


ຄູ່ສົມລົດໃໝ່ ນົບໄຫວ້ເທວະດາຟ້າດິນ, ພໍ່ແມ່ ທັງສອງກໍ້າ ສອງຝ່າຍ ແລະ ຜົວເມຍໃໝ່ ນົບໄຫວ້ກັນ ໄດ້ຊົນເຜົ່າຢ້າວ ຮັກ ສາມາເປັນເວລາຫຼາຍພັນປີ. ພາບ: ຮວ່າງຮ່າ/VNP
ງານແຕ່ງດອງ ໃນປະຊາຄົມ ຂອງ ຊົນເຜົ່າ ຢ້າວແດງ ຢູ່ ຕາຝີ່ນ ປຽບເໝືອນ ວັນບຸນໜຶ່ງ, ເປັນການສະແດງ ຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ໄດ້ຮັກສາໄວ້ ມາເປັນຫຼາຍ ຮຸ່ນຄົນຜ່ານມາ. 
ພາຍຫຼັງງານສູ່ຂໍ, ເຈົ້າສາວ ຟານເລີໃໝ ຕ້ອງກະກຽມໂສ້ງເສື້ອຊຸດໃໝ່ໃຫ້ແກ່ຕົນເອງ ແລະ ເຈົ້າບ່າວ. ເຮືອນເຈົ້າບ່າວ ຫຼີລາວຕາ ຈະຮັບຜິດຊອບ ການກະກຽມ ຂອງຖະຫວາຍ, ເຫຼົ້າ, ຊີ້ນໃຫ້ແກ່ ງານແຕ່ງດອງ, ເຮືອນເຈົ້າບ່າວ ຕ້ອງລ້ຽງໝູ 10 ໂຕ, ໄກ່ຫຼາຍສິບໂຕ, ຕົ້ມເຫຼົ້າ ຫຼາຍຮ້ອຍລິດ ແລະ ເຂົ້າ ເພື່ອງານແຕ່ງດອງ. ບັນດາຄອບຄົວ ຢູ່ໃນບ້ານ ຈະເອົາໄກ່, ເຫຼົ້າ, ໝູ, ເຂົ້າມາຊ່ວຍ, ເຈົ້າຂອງງານແຕ່ງ ຈະຈົດໄວ້ ແລະ ສົ່ງຄືນ ໃນເວລາຄອບຄົວ ນັ້ນໆ ມີວຽກ

ຊົນເຜົ່າ ຢ້າວແດງ ຢູ່ ຕາຝິ່ນ ຖືວຽກຂອງ ທຸກຄອບຄົວ ພາຍ ໃນບ້ານ ຄືວຽກຂອງຄອບຄົວຕົນເອງ. ພາຍຫຼັງງານສູ່ຂໍ, ເຈົ້າ ສາວ ຟານເລີໃໝ ພຽງແຕ່ຢູ່ເຮືອນຕໍ່າຜ້າ, ປັກແສ່ວ, ກະກຽມຊຸດແຕ່ງງານ ໂດຍຕົນເອງ. 

ງານດອງ ຂອງເຈົ້າບ່າວ ຫຼີລາວຕາ ແລະ ເຈົ້າສາວ ຟານເລີໃໝ ໄດ້ຈັດຂຶ້ນໃນເດືອນ ຕຸລາ ເປັນເວລາ 3 ມື້ 3 ຄືນ.

ໃນມື້ທຳອິດ, ຄອບຄົວທັງສອງຝ່າຍ ຈະຈັດພິທີລາຍງານ ບັນ ພະບຸລຸດ. ມື້ທີສອງ, ເຮືອນ ຟານເລີໃໝ ສົ່ງເຈົ້າສາວ ມາເຮືອນເຈົ້າບ່າວ ຫຼີລາວຕາ. ເຮືອນເຈົ້າບ່າວ ຈັດທີມດົນຕີ ໃນນາມຄອບຄົວ ມາຕ້ອນຮັບ ຍາດຕິພີ່ນ້ອງ ເຈົ້າສາວ ຢູ່ນອກບ້ານ. ຄືນທີສອງ, ແມ່ສື່, ເພື່ອນເຈົ້າສາວ, ເຈົ້າສາວ ພ້ອມກັບພໍ່ແມ່ ຟານເລີໃໝ ຈະພັກຜ່ອນ ໃນຫ້ອງນອນຊົ່ວຄາວ ຢູ່ນອກລະບຽງເຮືອນ. ແຂກ ຂອງເຈົ້າສາວ ເຂົ້າເຮືອນເຈົ້າບ່າວ ດ້ວຍປະຕູສຳຮອງ. ມື້ທີສາມ ແມ່ນມື້ຈັດງານແຕ່ງດອງ. ເປີດພິທີຈົດທະບຽນສຳມະໂນຄົວ ໃຫ້ແກ່ເຈົ້າສາວ ຟານເລີໃໝ. ໝໍພອນຈະແຈ້ງ ໃຫ້ບັນພະບຸລຸດ ຮູ້ເຖິງເລື່ອງຄອບຄົວ ຈັດພິທີຕ້ອນຮັບ ເຈົ້າສາວ, ຫວັງວ່າ ບັນພະບຸລຸດ ຈະຮັບເອົາ ແລະ ນຳຊື່ເຈົ້າສາວ ເຂົ້າໃນສຳມະໂນຄົວ ຂອງ ຄອບຄົວເຈົ້າບ່າວ. ຕໍ່ຈາກນັ້ນແມ່ນ ພິທີຕັ້ງຊື່ໃຫ້ເຈົ້າບ່າວ ຫຼີລາວຕາ. ໝໍພອນ ແຈ້ງໃຫ້ບັນພະບຸລຸດ ຮູ້ເລື່ອງ ຄອບຄົວ ມີລູກຊາຍ ໄດ້ສ້າງຄອບຄົວແລ້ວ ແລະ ຫວັງວ່າ ບັນພະບຸລຸດ ຈະອຸປະຖຳຄໍ້າຊູ ໃຫ້ຄູ່ຜົວເມຍໃໝ່ ຈົ່ງມີຄວາມສຸກ, ທຳມາຫາກິນໄດ້ດີ, ໄດ້ລູກ ທີ່ສະຫຼາດສະຫຼຽວ... ເຈົ້າບ່າວ ເຈົ້າສາວໄດ້ກາຍເປັນຜົວເມຍ ຕໍ່ການເປັນສັກຂີພິຍານ ຂອງ ປູ່ຍ່າຕາຍາຍ ບັນພະບຸລຸດ ແລະ ຊາວບ້ານທຸກຄົນ. 

ເຮືອນເຈົ້າບ່າວ ຫຼີລາວຕາ ຈະຈັດງານລ້ຽງ ເພື່ອໃຫ້ແຂກຄົນທີ່ມາ ເຂົ້າຮ່ວມໃນງານດອງ ໄດ້ແບ່ງປັນຄວາມສຸກ ກັບຄູ່ຜົວເມຍໃໝ່. ເຈົ້າບ່າວເຈົ້າສາວ ມາເຫຍັ້ນເຫຼົ້າ ຢູ່ພາເຂົ້າແຕ່ລະພາ ເພື່ອ ສະແດງຄວາມຂອບອົກຂອບໃຈ. ກ່ອນຈະກັບ, ແຂກຄົນທີ່ມາ ຮ່ວມໃນງານດອງ ຈະໄດ້ຮັບຂອງຕ້ອນຊີ້ນໝູ 1 ກິໂລກຣາມ ຈາກພໍ່ເຈົ້າບ່າວ. ເຈົ້າບ່າວ ຕ້ອງສານກວຍສອງໜ່ວຍ ດ້ວຍໄມ້ໄຜ່ ມອບໃຫ້ພໍ່ແມ່ເຈົ້າສາວ ເພື່ອໃສ່ຊີ້ນ ເອົາເມືອ. 

ບົດ ແລະ ພາບ: ຮວ່າງຮ່າ - ແປໂດຍ: ຢືຟຽນ


top