ຂ່າວສານ

ງານແຂ່ງຂັນກິລາສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງອາຊຽນ

      ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນຫຼວງພະນົມເປັນ, ໄດ້ຈັດງານແຂ່ງຂັນກິລາ bowling ອາຊຽນ (Bowling ASEAN) ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) 08 ສິງຫາ 1967 – 08 ສິງຫາ 2018.

(ງານແຂ່ງຂັນກິລາ bowling ອາຊຽນ)
      ເຂົ້າຮ່ວມງານແຂ່ງຂັນກິລາດັ່ງກ່າວມີນັກກິລາເກືອບ 100 ຄົນທີ່ມາຈາກສະຖານທູດຂອງບັນດາປະເທດອາຊຽນ ປະຈຳນະຄອນຫຼວງພະນົມເປັນ, ຜູ້ຕາງໜ້າກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ, ໃຫ້ຮູ້ວ່າ.
        “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນກຳປູເຈຍ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການໃນປີ 1998. ການເຄື່ອນໄຫວກິລາປະຊາຄົມຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ, ຊ່ວຍສ້າງກາລະໂອກາດພົບປະແລກປ່ຽນ ແລະ ສ້າງຈິດໃຈສາມັກຄີອາຊຽນ. ພວກເຮົາຮູ້ສຶກວ່າຄືດັ່ງໄດ້ດຳລົງຊີວິດໃນຄອບຄົວດຽວ”.
        ງານແຂ່ງຂັນກິລາ ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານ, ລັດຖະກອນ, ພາລະກອນການທູດອາຊຽນ ພົບປະ, ແລກປ່ຽນ, ຮ່ຳຮຽນເອົາບົດຮຽນ, ເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ຈາກນັ້ນຊ່ວຍເປັນເຈົ້າການສົມທົບກັນ, ຍົກສູງຄຸນນະພາບປະຕິບັດວຽກງານ ເພື່ອພ້ອມກັນສ້າງອາຊຽນ ໃຫ້ກາຍເປັນກຸ່ມສາມັກຄີ, ພັດທະນາ ແລະ ໝັ້ນຄົງເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)

top