ອາຫານການກິນ

ງານເທດສະການ ເຂົ້າໜົມພື້ນເມືອງ ພາກໃຕ້ ຫວຽດນາມ

ເຂົ້າໜົມ ຫຼື ແບ໋ັງ Namparang,  ເຂົ້າໜົມໝາກມ່ວງຫິມະ ພານ, ແບັ໋ງ ຊວັ໋ານ, ແບັ໋ງແຊ່ວຍີ້ສັກ(ສອງສີ), ແບັ໋ງນັ໋ນລ໋າເມີ, ແບັ໋ງ ແກງ ກໍ໊... ແມ່ນປະເພດເຂົ້າໜົມ ທີ່ ຂ້າພະເຈົ້າ ກໍຄື ນັກ ທ່ອງທ່ຽວຫຼາຍຄົນ ພຽງແຕ່ໄດ້ຟັງ ແລະ ຊີມເປັນຄັ້ງທຳອິດເມື່ອ ມາຍັງງານເທດສະການ ເຂົ້າໜົມພື້ນເມືອງ ນາມໂບ້(ພາກໃຕ້ ຫວຽດນາມ) ຄັ້ງທີ່ 8 ຊຶ່ງໄດ້ຈັດຂຶ້ນໃນ ກາງເດືອນ ເມສາ ຜ່ານ ມາ ຢູ່ນະຄອນ ເກິ່ນເທີ. 
ເປັນບ່ອນເຕົ້າໂຮມນັກທ່ອງທ່ຽວ ຫຼາຍທີສຸດ ໃນງານເທດສະ ການ ອາດຈະແມ່ນເຂດສະແດງ ການປຸງແຕ່ງເຂົ້າໜົມ ພື້ນເມືອງ. ຢູ່ທີ່ນີ້, ບັນດານາຍຊ່າງຜູ້ມີສີມືດີ, ຮາກຖານປຸງແຕ່ງ, ວິສາຫະກິດ ທີ່ມາຈາກ ເມືອງຕ່າງໆ ຂອງ ນະຄອນ ເກິ່ນເທີ ແລະ ອີກ 18 ແຂວງ, ນະຄອນ ພາຍໃນປະເທດ ໄດ້ແນະນຳ ຕໍ່ ແຂກ ຄົນ ທີ່ເຂົ້າຮ່ວມບັນດາ ວັດຖຸປະກອບ ແລະ ວິທີການປຸງແຕ່ງ ເຂົ້າໜົມພື້ນເມືອງ.

ງານເທດສະການເຂົ້າໜົມພື້ນເມືອງ ພາກໃຕ້ ປີ 2019 ມີ 200 ກວ່າຮ້ານ ເຂົ້າຮ່ວມ, ໃນນັ້ນມີ 100 ຮ້ານ ວາງສະແດງ ບັນດາ ປະເພດເຂົ້າໜົມພື້ນເມືອງ ພາກໃຕ້ ແລະ 100 ຮ້ານ ແນະນຳ ບັນດາຜະລິດຕະພັນພິເສດ ຂອງ ເຂດພາກຕ່າງໆ. ນັ້ນແມ່ນ ບັນດາປະເພດເຂົ້າໜົມພື້ນເມືອງ ທີ່ໄດ້ຮັບການ ອະນຸລັກຮັກສາໄວ້ ຢູ່ຕາມແຕ່ລະເຂດພາກ, ວົງຄະນາຍາດ ຫຼື ບັນດາ ປະເພດເຂົ້າໜົມ ທີ່ໄດ້ຮັບການ ສືບທອດມາຫຼາຍເຊັ່ນຄົນ ໃນ ວົງຕະກຸນ ຫຼື ຄອບຄົວໃດໜຶ່ງ. ມາກັບງານເທດສະການເຂົ້າ ໜົມພື້ນເມືອງ, ນັກທ່ອງທ່ຽວ ຈະມີໂອກາດ ໄດ້ຊີມລົດຊາດ ທີ່ເປັນເອກະລັກ ຊຶ່ງບັນດານາຍຊ່າງ ຜູ້ມີສີມືດີ ໄດ້ສະຫງວນ ສະຕິປັນຍາ ທັງ ນຳ້ຈິດນຳ້ໃຈ ຂອງຕົນເຂົ້າໃນນັ້ນ.

ນອກຈາກນັ້ນ, ງານເທດສະການ ຍັງໄດ້ຈັດເປັນເຂດຕາມ ຫົວ ຂໍ້ທີ່ແຕກຕ່າງກັນເຊັ່ນ: ເຂດ “ນຳ້ຫວານ ນາມໂບ້”; ເຂດ “ເຂົ້າ ໜົມພື້ນເມືອງນາມໂບ້ ແລະ ຕອນສະໄໝເຍົາໄວ”... ຊຶ່ງຊ່ວຍ ໃຫ້ນັກທ່ອງທ່ຽວ ສາມາດເລືອກ ສຳຜັດຕົວຈິງ ຕາມໃຈມັກ. 
    

ການສະແດງສິລະປະ ພາຍໃຕ້ຫົວຂໍ້ “ສີສັນພາກໃຕ້” ໃນງານ ເທດສະການເຂົ້າໜົມພື້ນເມືອງພາກໃຕ້ ຄັ້ງທີ 8 ປະຈຳປີ 2019 ຊຶ່ງ ໄດ້ຈັດຂຶ້ນ ໃນກາງເດືອນ ເມສາ ທີ່ນະຄອນ ເກິ່ນເທີ. 


ບັນດາຫ້າງຮ້ານຂາຍເຂົ້າໜົມ ໃນງານເທດສະການ ໄດ້ຮັບ ການ ປະດັບປະດາ ຢ່າງສວຍງາມ. 


ມີເຂົ້າໜົມ ນາມໂບ້ ຫຼາຍຊະນິດ ໄດ້ຮັບການແນະນຳ ພາຍໃນ ງານ ເທດສະການ ຄັ້ງນີ້. 


ສະຖານທີ່ສະຫງວນໃຫ້ແກ່ງານແຂ່ງຂັນເຮັດເຂົ້າໜົມພື້ນເມືອງ ທີ່ຈັດຂຶ້ນ ໃນຂອບເຂດງານເທດສະການ ຄັ້ງນີ້ ໄດ້ດຶງດູດ ນາຍ ຊ່າງ ຜູ້ມີສີມືດີ 83 ຄົນ
ທີ່ມາສະແດງ ການປຸງແຕ່ງ ເຂົ້າໜົມພື້ນ ເມືອງ 70 ລາຍການ. 



ນາຍຊ່າງ ສະແດງສີມື ການເຮັດ ເຂົ້າໜົມພື້ນເມືອງ ໃນງານ ເທດ ສະການ. 


ບັນດານາຍຊ່າງ ໄດ້ສະແດງວິທີການເຮັດ ເຂົ້າໜົມ ພື້ນເມືອງ ທີ່ເປັນຂອງສະເພາະ ບໍ່ຊຳ້ແບບໃຜ. ໃນພາບ ນາຍຊ່າງ ຫຼີ ກູກີ (ເມືອງ ເຖີ໋ຍລາຍ, ນະຄອນ ເກິ່ນເທີ) ຖອກແປ້ງ
ເຂົ້າກະບວຍ ທີ່ເຮັດດ້ວຍກະໂບະໝາກພ້າວ ທີ່ເຈາະຮູ ເພື່ອໃຫ້ເປັນເສັ້ນແບ໋ັງ ແກງ ຊຶ່ງເປັນວັດຖຸປະກອບ ຂອງ ລາຍການອາຫານ ແບ໋ັງ ແກງ ກໍ໊. 



ນາຍຊ່າງຍິງ ຊົນເຜົ່າຈຳ ໂຣຟີອ໋າ (ແຂວງ ອານຢາງ) ສະແດງ ການ ເຮັດເຂົ້າໜົມພື້ນເມືອງ ຈຳນວນໜຶ່ງ ຂອງ ຊົນເຜົ່າ ຈຳ. 


ນາຍຊ່າງ ເລວັນກີ໊ (ແຂວງ ຕ່ຽນຢາງ) ສະແດງ ການປັ້ນ ເສັ້ນ ແປ້ງ ຢ່າງຊຳນານ ເພື່ອເຮັດເປັນ ລາຍການອາຫານ ແບ໋ັງເງ້ ກໍ່ກົງ ຊຶ່ງເປັນລາຍການອາຫານ
ທີ່ໄດ້ຮັບການສືບສານ ຜ່ານ ຫຼາຍເຊ່ັນຄົນ ໃນຄອບຄົວ ຂອງເພິ່ນ. 



ນາຍຊ່າງ ເຈືອງ ທິ ຮວາ ລ່າຍ (ນະຄອນ ເກິ່ນເທີ) ກັບ ລາຍ ການ ອາຫານ ແບ໋ັງເຊ໋ບ ສຳເລັດຮູບ. 


ນັກທ່ອງທ່ຽວບັນທຶກຮູບພາບ ບັນດາຜະລິດຕະພັນ ເຂົ້າໜົມ ດ້ວຍມືຖື. 


ນັກທ່ອງທ່ຽວ ເຂົ້າຢ້ຽມຊົມ ບັນດາຫ້າງຮ້ານ ທີ່ໄດ້ແນະນຳໃນ ງານເທດສະການ...


... ແລະ ຊີມບັນດາລາຍການອາຫານເຂົ້າໜົມຢູ່ກັບທີ່.

ບໍ່ແມ່ນມີຄວາມແປກຕ່າງຢູ່ທີ່ຊື່ຂອງມັນເທົ່ານັ້ນ, ເຂົ້າໜົມ ແຕ່ ລະຊະນິດ ຍັງຄົງມີຮູບຊົງ, ວັດຖຸປະກອບ ແລະ ວິທີປຸງແຕ່ງ ທີ່ ແຕກຕ່າງກັນ ແລະ ເປັນທີ່ແນ່ນອນວ່າ ມັນກໍ ຈະມີລົດຊາດ ທີ່ ເປັນສະເພາະຕົວຂອງມັນເອງ. ໄດ້ເຫັນກັບຕາ ບັນດານາຍຊ່າງ ຜູ້ມີສີມືດີ ໃນຊຸດພື້ນເມືອງ, ມືຄັ້ນແປ້ງ, ເຮັດໃຈເຂົ້າໜົມ, ຫໍ່ເຂົ້າ ໜົມ, ຕົ້ມເຂົ້າໜົມ ຢ່າງຄ່ອງແຄ້ວ ແລະ ໄດ້ຊີມລົດຊາດ ຂອງ ເຂົ້າໜົມ ທີ່ຫາກໍ ເຮັດສຳເລັດ ໄດ້ສ້າງຄວາມດຶງດູດໃຈ ເປັນ ຢ່າງຍິ່ງ.

ນັກທ່ອງທ່ຽວເມື່ອມາຍັງງານເທດສະການ ຈະມີໂອກາດ ໄດ້ ຢ້ຽມຊົມ, ຊອກຮູ້ ແລະ ຊີມລົດຊາດຂອງ ບັນດາປະເພດ ເຂົ້າ ໜົມ ແລະ ນຳ້ຫວານ, ທັງຮັບປະທານຢູ່ກັບທີ່, ທັງຊື້ເມືອ ເຮືອນ ເປັນຂອງຕ້ອນຂອງຝາກ ສຳລັບພີ່ນ້ອງໝູ່ເພື່ອນ, ຊຶ່ງສ້າງການ ຈຳໜ່າຍສິນຄ້າຢ່າງຫຼວງຫຼາຍ.

ງານແຂ່ງຂັນເຮັດເຂົ້າໜົມພື້ນເມືອງ ໄດ້ຈັດຂຶ້ນ ໃນຂອບເຂດ ຂອງ ງານເທດສະການ ຊ່ຶງດຶງດູດນາຍຊ່າງຜູ້ມີສີມືດີ 83 ຄົນ ທີ່ ມາເຂົ້າຮ່ວມ ສະແດງ ການເຮັດເຂົ້າໜົມພື້ນເມືອງ 70 ຊະນິດ. ບັນດາປະເພດເຂົ້າໜົມ ທີ່ເຂົ້າຮ່ວມການແຂ່ງຂັນ ແມ່ນອີງໃສ່ ມາດຕະຖານຕ່າງໆ ເຊັ່ນ: ຮັບປະກັນຫຼັກອະນາໄມ ດ້ານໂພ ສະນາການ, ແຫຼ່ງວັດຖຸປະກອບແມ່ນມາຈາກ ຜັກ, ໝາກໄມ້ ທີ່ ປອດສານພິດ ແລະ ໄດ້ຮັບການປຸງແຕ່ງທີ່ມີຄຸນນະພາບ ແລະ ມີຮູບຊົງໜ້າຮັບປະທານ, ທັງສະແດງໃຫ້ເຫັນລັກສະນະ ທີ່ເປັນ ເອກະລັກ ສະເພາະ ຂອງທ້ອງຖິ່ນ ຫຼື ເຂດພາກ. ບັນດາ ນາຍ ຊ່າງ ເຮັດເຂົ້າໜົມ ພື້ນເມືອງ ໄດ້ສະແດງການເຮັດເຂົ້າໜົມທີ່ ຕົນເອງມີຄວາມຊຳນານ, ປະກອບສ່ວນຊ່ວຍແນະນຳ ແລະ ໂຄສະນາເຜີຍແຜ່ ຜະລິດຕະພັນ ໃຫ້ຄົນທັງຫຼາຍ. ນັກທ່ອງ ທ່ຽວໄດ້ຕິດຕາມໂດຍກົງ ວິທີການປຸງແຕ່ງ ບັນດາປະເພດ ເຂົ້າ ໜົມ ທີ່ເປັນເຕັມໄປດ້ວຍ ຄວາມເປັນເອກະລັກ ແລະ ປະດິດສ້າງ ກໍຄືຊອກຮູ້ກ່ຽວກັບ ວັດທະນະທຳ ອາຫານການກິນ ແລະ ບັນດາປະເພດ ເຂົ້າໜົມພື້ນເມືອງ ທີ່ບໍ່ຄ່ອຍເຫັນ. 

    

ລາຍການອາຫານ ແບ໋ັງແຊ່ວຍີ້ສັກ (ສອງສີ). 


ລາຍການອາຫານແບ໋ັງເງ້ ມີແຕ່ ຢູ່ແຖບດິນ ກໍ່ກົງ ຂອງແຂວງ ຕ່ຽນຢາງເທົ່ານັ້ນ. 


ລາຍການອາຫານ ແບ໋ັງຊວັ໋ານ ຫໍ່ດ້ວຍ ໃບໝາກພ້າວ. 


ແບ໋ັງແຕັ໋ດລ໋າເກີ໊ມ ຊຶ່ງເປັນຜະລິດຕະພັນພິເສດ ຂອງ ຊົນ ເຜົ່າ ຂະແມ ຢູ່ເຂດ ທ່ົງພຽງແມ່ນຳ້ຂອງ. 


ລາຍການອາຫານ ແບ໋ັງກົ໋ມແຢບ (ເຂົ້າເໝົ້າ).


ນຳ້ຫວານຫງູ໊ສັກ (ຫ້າສີ). 


ລາຍການອາຫານ ແບ໋ັງຕໍ່າບີ່. 


ລາຍການອາຫານ ແບ໋ັງເຊັ໋ບ ໃຈຊີ້ນ. 


ລາຍການອາຫານ ໄດ້ຮັບການປຸງແຕ່ງ ແລະ ຈັດວາງ ທີ່ມີ ຄວາມສວຍງາມຢ່າງສະດຸດຕາ. 


ການຕົບແຕ່ງຈັດວາງບັນດາລາຍການອາຫານເຂົ້າໜົມ ທີ່ສວຍ ງາມ ແລະ ເຕັມໄປດ້ວຍ ຄວາມປະດິດສ້າງ ຂອງ ບັນດານາຍ ຊ່າງ ສ້າງຄວາມດຶງດູດຈັບໃຈ
ນັກທ່ອງທ່ຽວ ທີ່ມາໃນງານ ແຂ່ງ ຂັນເຮັດເຂົ້າໜົມພື້ນເມືອງ. 

ທ່ານ ບຸ່ຍເຖິດ, ນັກທ່ອງທ່ຽວ ມາຈາກນະຄອນ ລອງຊວຽນ, ແຂວງ ອານຢາງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ໄດ້ຊີມລົດຊາດ ຂອງ ເຂົ້າໜົມຫຼາຍຊະນິດ ຢູ່ພາຍໃນງານ, ມີເຂົ້າໜົມຫຼາຍປະເພດ ຂ້າພະເຈົ້າ ເຄີຍໄດ້ກິນ ແຕ່ຄາວຍັງໜ້ອຍ, ແຕ່ມາຮອດດຽວນີ້ ຈ່ຶງໄດ້ຊີມຄືນໃໝ່. ຢູ່ທີ່ນີ້ ບັນດາລາຍການອາຫານ ໄດ້ຮັບການ ຈັດວາງ ແບບສວຍງາມ ຢ່າງ ຕ້ອງຕາຈັບໃຈຜູ້ຊົມໃຊ້”.

ໃນຂອບເຂດ ງານເທດສະການ ເຂົ້າໜົມພື້ນເມືອງ ນາມໂບ້ ຄັ້ງ ທີ 8 ຍັງຈັດຂຶ້ນ ການເຄື່ອນໄຫວອີກຫຼາຍຢ່າງ ທີ່ໜ້າປະທັບໃຈ ເຊັ່ນ: ລາຍການສະແດງສິລະປະ, ອາຫານການກິນ, ລາຍການ ສະແດງແຟຊັ່ນ ພາຍໃຕ້ຫົວຂໍ້ “ເສື້ອບ່າບາ ທີ່ມີຄວາມງາມ ຍືນ ຍົງຄົງຕົວ ຢູ່ກັບວັນເວລາ”; ກອງປະຊຸມ ສົນທະນາ “ຕະຫຼາດ ແຫ່ງໃດ ແມ່ນສຳລັບ ເຂົ້າໜົມພື້ນເມືອງ” ຊຶ່ງໄດ້ດຶງດູດ ຄວາມ ສົນໃຈ ຈາກ ນັກທ່ອງທ່ຽວ, ນັກຄົ້ນຄວ້າ, ນາຍຊ່າງ ແລະ ວິສາ ຫະກິດ ທີ່ມາເຂົ້າຮ່ວມງານ ເປັນຈຳນວນຫຼວງຫຼາຍ.

ຜ່ານການຈັດ 8 ຄັ້ງ ຜ່ານມາ, ງານເທດສະການເຂົ້າໜົມພື້ນ ເມືອງ ນາມໂບ້ ໄດ້ກາຍເປັນເຫດການວັດທະນະທຳ, ສັງຄົມ ລະດັບຊາດ, ປະກອບສ່ວນໂຄສະນາເຜີຍແຜ່, ອະນຸລັກ ຮັກສາ ແລະ ແນະນຳເຖິງໝູ່ມະຫາຊົນ ປະເພດເຂົ້າໜົມ ພື້ນເມືອງ ທີ່ ເປັນ ເອກະລັກ, ສ້າງເງື່ອນໄຂ ໃຫ້ນັກທ່ອງທ່ຽວ ໄດ້ເຂົ້າໃຈກ່ຽວ ກັບ ວັດທະນະທຳ ແລະ ສິລະປະ ອາຫານການກິນ ຂອງ ເຂດ ດິນ ພາກໃຕ້. ງານເທດສະການ ເປັນການ ເຄື່ອນໄຫວປະຈຳປີ ຂອງ ນະຄອນ ເກິ່ນເທີ, ປະກອບສ່ວນ ແນະນຳ, ໂຄສະນາເຜີຍ ແຜ່ ບັນດາຮູບພາບ ຂອງເຂດດິນ, ຜູ້ຄົນ ແລະ ວັດທະນະທຳ ນາມໂບ້ ເວົ້າລວມ ແລະ ແຖບດິນ ເກິ່ນເທີ ເວົ້າສະເພາະ. 
ບົດ ແລະ ພາບ: ເຊີນເງ້ຍ

top