ຂ່າວສານ

ງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສໍາລັບປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ

ການສໍາມະນາຄັ້ງນີ້ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ ໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ, ກະຊວງ ຖວທ, ມີຜູ້ຕາງໜ້າຈາກສູນອາຊຽນ-ຍີ່ປຸ່ນ, ຜູ້ຕາງໜ້າຈາກອົງການພັດທະນາພື້ນທີ່ພິເສດ ຈາກປະເທດໄທ (DASTA), ມີບັນດາທ່ານຜູ້ແທນຈາກພາກລັດ ແລະ ພາກທຸລະກິດ ທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກບັນດາປະເທດ CLMV ທັງໝົດຈໍານວນ 35 ທ່ານ.
  ງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສໍາລັບປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ  

ງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ (Community-based Tourism, CBT) ສໍາລັບປະເທດ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ (CLMV) ຈັດໂດຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບສູນອາຊຽນ-ຢີປຸ່ນ (ASEAN Japan-Centerໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-25/11/2022 ທີ່ນະຄອນຫຼວງພະບາງ ເຊິ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວທາງວັດທະນະທໍາ ແລະ ມໍຣະດົກຂອງນັກທ່ອງທ່ຽວຈາກທົ່ວໂລກ, ທັງເປັນສະຖານທີ່ທີ່ມີທ່າແຮງດ້ານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຢູ່ ສປປ ລາວ ແລະ ເປັນທີ່ນິຍົມຂອງນັກທ່ອງທ່ຽວ ຈາກພາຍໃນ ແລະ ຈາກທົ່ວໂລກ.  

ການສໍາມະນາຄັ້ງນີ້ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ ໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ, ກະຊວງ ຖວທ, ມີຜູ້ຕາງໜ້າຈາກສູນອາຊຽນ-ຍີ່ປຸ່ນ, ຜູ້ຕາງໜ້າຈາກອົງການພັດທະນາພື້ນທີ່ພິເສດ ຈາກປະເທດໄທ (DASTA), ມີບັນດາທ່ານຜູ້ແທນຈາກພາກລັດ ແລະ ພາກທຸລະກິດ ທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກບັນດາປະເທດ CLMV  ທັງໝົດຈໍານວນ 35 ທ່ານ.  

ຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການທ່ອງທ່ຽວ ຜູ້ທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊົນມີສ່ວນຮ່ວມ ຈາກພາກລັດ, ຜູ້ປະກອບການທຸລະກິດທ່ອງທ່ຽວ ຈາກບັນດາປະເທດ CLMV, ບັນດາຜູ້ຊ່ຽວຊານທີ່ມາຈາກປະເທດ ຍີ່ປຸ່ນ, ປະເທດໄທ ແລະ ຊ່ຽວຊານດ້ານການທ່ອງທ່ຽວໃນພາກພື້ນ ຈາກທະນາຄານພັດທະນາອາຊີ (ADB) ປະຈໍາຢູ່ ສປປ ລາວ ມາແລກປ່ຽນບົດຮຽນທາງພາກທິດສະດີ, ຕົວແບບທີ່ພົ້ນເດັ່ນໃນພາກພື້ນ ແລະ ການລົງພາກປະຕິບັດ ຕົວຈິ່ງຢູ່ແຕ່ລະປະເທດເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊີ່ງ ຕໍ່ກັບການພັດທະນາການທ່ອງທ່ຽວຮູບແບບດັ່ງກ່າວ. ພ້ອມດຽວກັນນັ້ນແຕ່ລະປະເທດກໍຍັງຈະໄດ້ນໍາສະເໜີ ຜະລິດຕະພັນການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ CBT ທີ່ເປັນຕົວແບບຂອງປະເທດຕົນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ເຮັດໃຫ້ການທ່ອງທ່ຽວໃນຮູບແບບດັ່ງກ່າວໄດ້ຮັບການພັດທະນາທີ່ດີຂຶ້ນເທື່ອລະກ້າວ.

ການສໍາມະນາຄັ້ງນີ້ຈະດໍາເນີນໄປເປັນເວລາ 3 ວັນໃນລະຫວ່າງວັນທີ 23-25/11/2022, ໃນນີ້ແບ່ງອອກເປັນການຝຶກ ພາກທິດສະດີ 2 ວັນ ແລະ ການຝຶກຢູ່ພາກສະໜາມ 1 ວັນ ເຊິ່ງຈະໄດ້ລົງຢ້ຽມຢາມຖອດຖອນບົດຮຽນຢູ່ທີ່ຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽບແບບປະຊາຊົນມີສ່ວນຮ່ວມ CBT ທີ່ໂດດເດັ່ນຂອງແຂວງຫຼວງພະບາງ ໂດຍຈະໄດ້ຮັບຟັງການປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດ ແລະ ບໍລິການ ຂອງແຕ່ລະສະຖານທີ່ຈາກບັນດາຜູ້ເຂົ້າຮ່ວມ ແລະ ຊ່ຽວຊານເພື່ອເປັນທິດທາງໃຫ້ແກ່ຜູ້ປະກອບການ ແລະ ພາກລັດໃຫ້ມີຄວາມເຂົ້າໃຈເປັນໃນທິດທາງລວງດຽວກັນ.  ການຈັດງານໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (Second Greater Mekong Subregion Tourism Infrastructure for Inclusive Growth Project) ແລະ ສູນອາຊຽນ-ຍີ່ປຸ່ນ.


top