ຂ່າວສານ

ງານສະແດງສິລະປະດ້ວຍຫົວຂໍ້ “ສຽງເພງນັດພົບແມ່ນ້ຳ 9 ສາຍ” ຄັ້ງທີ 18

ງານສະແດງສິລະປະ “ສຽງເພງນັບພົບແມ່ນ້ຳ 9 ສາຍ” ແມ່ນການເຄື່ອນໄຫວວັດທະນະທຳ, ສິລະປະເຊິ່ງໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ, ໂດຍພັດປ່ຽນກັນຈັດຕັ້ງ ຢູ່ບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
  ພິທີໄຂງານສະແດງສິລະປະ ໃນຕອນຄ່ຳວັນທີ 18 ມິຖູນາ (ພາບ: Báo Đồng Khởi)  

ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ສູນວັດທະນະທຳ - ຮູບເງົາແຂວງ ເບັນແຈ, ກົມວັດທະນະທຳ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເບັນແຈ ຈັດຕັ້ງພິທີໄຂງານສະແດງສິລະປະດ້ວຍຫົວຂໍ້ວ່າ “ສຽງເພງນັບພົບແມ່ນ້ຳ 9 ສາຍ” ຄັ້ງທີ 18 ປີ 2022.

ງານສະແດງສິລະປະ “ສຽງເພງນັບພົບແມ່ນ້ຳ 9 ສາຍ” ແມ່ນການເຄື່ອນໄຫວວັດທະນະທຳ, ສິລະປະເຊິ່ງໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ, ໂດຍພັດປ່ຽນກັນຈັດຕັ້ງ ຢູ່ບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ປີນີ້ມີ 13 ຫົວໜ່ວຍເຂົ້າຮ່ວມ ເຊິ່ງລວມມີ: ຊອັກຈັງ, ຫວີງລອງ, ກຽນຢາງ, ລອງອານ, ຕ່ຽນຢາງ, ອານຢາງ, ເຫົ້າຢາງ...

ງານສະແດງສິລະປະນີ້ປະກອບສ່ວນແນະນຳບັນດາການເຄື່ອນໄຫວດຳເນີນຊີວິດດ້ານວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຕິດພັນກັບຊີວິດການເປັນຢູ່, ການອອກແຮງງານທຳການຜະລິດຂອງປະຊາຊົນບັນດາແຂວງ, ນະຄອນໃນເຂດ; ພ້ອມທັງໄດ້ໂຄສະນາເຜີຍແຜ່, ແນະນຳພາບພົດຂອງມະນຸດ ແລະ ວັດທະນະທຳບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເຖິງມະຫາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.


top