ຕອນເຊົ້າວັນທີ 19 ຕຸລາ, ຢູ່ສູນວັດທະນະທຳເມືອງ ຫ່າມເຕີນ, ແຂວງບິ່ງທ້ວນ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງບິ່ງທ້ວນ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຫ່າມເຕີນ ຈັດຕັ້ງງານວາງສະແດງແຜນທີ່ ແລະ ເອກະສານວັດຖຸພັນ “ຮ່ວາງຊາ, ເຈື່ອງຊາບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”.
	
	(ງານວາງສະແດງແຜນທີ່ແລະເອກະສານວັດຖຸພັນ “ຮ່ວາງຊາ ເຈື່ອງຊາບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”) 
	      ງານວາງສະແດງໄດ້ແນະນຳແຜນທີ່ 100 ແຜ່ນ, Atlas ເຊິ່ງໄດ້ຄັດເລືອກຈາກແຜນທີ່ 260 ແຜ່ນທີ່ກ່ຽວຂ້ອງເຖິງບັນຫາອຳນາດອະທິປະໄຕ ທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ.
        ງານວາງສະແດງໄດ້ແນະນຳບັນດາກຸ່ມເອກະສານດ້ວຍພາສາຫວຽດເດີມ, ພາສາຫວຽດ,  ຝລັ່ງ ໂດຍສະໄໝລາດຊະວົງສັກດີນາຫວຽດນາມ ແລະ ອຳນາດການປົກຄອງຢູ່ອິນດູຈີນ ປະກາດໃຊ້ນັບແຕ່ສະຕະວັດທີ 17 ມາຮອດຕົ້ນສະຕະວັດທີ 20, ຢັ້ງຢືນວິວັດການກຳນົດ, ປະຕິບັດ, ປົກປັກຮັກສາອຳນາດອະທິປະໄຕຢ່າງຕໍ່ເນື່ອງຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ, ເຈື່ອງຊາ. ງານວາງສະແດງຈະເປີດປະຕູຮອດວັນທີ 22 ຕຸລາ ຈຶ່ງອັດລົງ.
	(ແຫຼ່ງຄັດຈາກ VOV)