ຂ່າວສານ

ງານວາງສະແດງເອກະສານ,ວັດຖຸພັນກ່ຽວກັບຮ່ວາງຊາ-ເຈື່ອງຊາດຳເນີນຢູ່ແຂວງກອນຕູມ

      ຕອນເຊົ້າວັນທີ 15 ຕຸລາ, ຢູ່ເທດສະບານ Plei Kan, ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໄດ້ໄຂງານວາງສະແດງແຜນທີ່ ແລະ ເອກະສານ,ວັດຖຸພັນ “ຮ່ວາງຊາ - ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ”. 

ບັນດາຜູ້ຊົມເຂົ້າຮ່ວມງານວາງສະແດງ
ພາບ:vietnam+
      ທີ່ງານວາງສະແດງ, ບັນດາຜູ້ແທນ ແລະ ປະຊາຊົນຢູ່ ແຂວງ ກອນຕູມ ໄດ້ຮັບຟັງການແນະນຳ ແລະ ຊົມບັນດາແຜນທີ່ ພ້ອມດ້ວຍຮູບພາບ, ເອກະສານ ເປັນພະຍານຫລັກຖານປະຫວັດສາດ ແລະ ພື້ນຖານດ້ານນິຕິທຳ ຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ນອກນັ້ນ ແຂກເຂົ້າຊົມຍັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບການເຄື່ອນໄຫວເຂົ້າຮ່ວມການກໍ່ສ້າງ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງ ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນ ໃນແຂວງ.
 (ແຫຼ່ງຄັດຈາກ VOV)

top