ຂ່າວສານ

ງານວາງສະແດງເຄື່ອນທີ່ເອກະສານ “ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ” ຢູ່ແຂວງ ກວາງຈິ

ງານວາງສະແດງໄດ້ແນະນຳຕໍ່ມະຫາຊົນບັນດາເອກະສານທີ່ລ້ຳຄ່າຄື: ຈົດໝາຍບູຮານ, ເອກະສານທາງການສະໄໝລາດຊະວົງ ຫງວຽນ; ຮ່ວາງຊາ - ເຈື່ອງຊາ ຂອງ ຫວຽດນາມ ໃນແຜນທີ່ໂດຍຝ່າຍຕາເວັນຕົກແຕ້ມ
  ງານວາງສະແດງເຄື່ອນທີ່ແຜນທີ່ ແລະ ເອກະສານ (ພາບ: baoquangtri.vn)  

 ວັນທີ 18 ມີນາ, ງານວາງສະແດງເຄື່ອນທີ່ແຜນທີ່ ແລະ ເອກະສານ “ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ” ຖືກດຳເນີນຢູ່ສູນວັດທະນະທຳ, ຖະແຫຼງຂ່າສ, ກິລາເມືອງ ກາມໂລ້, ແຂວງ ກວາງຈິ. ງານວາງສະແດງໄດ້ແນະນຳຕໍ່ມະຫາຊົນບັນດາເອກະສານທີ່ລ້ຳຄ່າຄື: ຈົດໝາຍບູຮານ, ເອກະສານທາງການສະໄໝລາດຊະວົງ ຫງວຽນ; ຮ່ວາງຊາ - ເຈື່ອງຊາ ຂອງ ຫວຽດນາມ ໃນແຜນທີ່ໂດຍຝ່າຍຕາເວັນຕົກແຕ້ມ; ຮ່ວາງຊາ - ເຈື່ອງຊາ ໃນແຜນທີ່ບູຮານຂອງ ຫວຽດນາມ; ແຜນທີ່ຂອງ ຈີນ ແຕ້ມເອງ ແລະ ຂອງຝ່າຍຕາເວັນຕົກແຕ້ມບໍ່ມີ ຮ່ວາງຊາ ແລະ ເຈື່ອງຊາ. ນອກນັ້ນ, ງານວາງສະແດງຍັງວາງສະແດງຈົດໝາຍບູຮານ ຫວຽດນາມ, ເອກະສານກ່ຽວຂ້ອງເຖິງ ຮ່ວາງຊາ, ເຈື່ອງຊາ ເປັນພາສາ ຫວຽດ, ພາສາ ຝລັ່ງ ແລະ Atlas. ງານວາງສະແດງໄດ້ປະກອບສ່ວນຢືນຢັນ ຫວຽດນາມ ໄດ້ກຳນົດອະທິປະໄຕທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ດ້ວຍເສັ້ນທາງສັນຕິພາບມາແຕ່ດົນແລ້ວ, ເຊິ່ງລາຊະວົງໃນສະໄໝສັກດີນາ ຫວຽດນາມ, ລັດ ຫວຽດນາມ ໃນຍຸກປະຈຸບັນ ແລະ ທັນສະໄໝໄດ້ປະຕິບັດຢ່າງຕໍ່ເນື່ອງ, ປົກປັກຮັກສາອະທິປະໄຕຖືກຕ້ອງຕາມກົດໝາຍ. ງານວາງສະແດງຈະເປີດປະຕູໄປຮອດວັນທີ 22 ມີນາ ຈຶ່ງຈະອັດລົງ.



top