ຂ່າວສານ

ງານວາງສະແດງຮູບພາບ 300 ແຜ່ນ ແລະ ຮູບເງົາເກືອບ 60 ເລື່ອງກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ

ຕອນຄ່ຳວັນທີ 25 ຕຸລາ, ທີ່ນະຄອນ ຍາຈາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ຈັດຕັ້ງພິທີໄຂງານວາງສະແດງຮູບພາບ ແລະ ຮູບເງົາສາລະຄະດີ - ເອກະສານກ່ຽວກັບປະເທດຊາດ, ປະຊາຊົນ; ປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບັນດາຊົນເຜົ່າໃນປະຊາຄົມ ອາຊຽນ.

 ງານວາງສະແດງຮູບພາບ 300 ແຜ່ນ ແລະ ຮູບເງົາເກືອບ 60 ເລື່ອງກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ
ງານວາງສະແດງນີ້ ຈະແກ່ຍາວໄປຮອດວັນທີ 28 ຕຸລາ, ແນະນຳໃຫ້ມະຫາຊົນກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນໃນປະຊາຄົມ ອາຊຽນ, ບັນດາບັນຫາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຊົນເຜົ່າຕ່າງໆໃນປະຊາຄົມ ອາຊຽນ. ງານວາງສະແດງໄດ້ແນະນຳຮູບພາບປະມານ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ທີ່ຍາດໄດ້ລາງວັນ ຫຼື ໄດ້ເຂົ້າຮອບຄັດເລືອກຂອງບັນດາງານມະໂຫລານສາກົນກ່ຽວກັບຮູບພາບ ແລະ ຮູບເງົາສາລະຄະດີ - ເອກະສານ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຈັດຕັ້ງໃນຊຸມປີມໍ່ໆມານີ້.
(ແຫຼ່ງຄັດຈາກ VOV)

top