ຂ່າວສານ

ງານວາງສະແດງຫົວເລື່ອງສະເພາະ ” ບຸນເຕັດ ປີວອກ 1968-ບາດລ້ຽວປະຫວັດສາດ ”

      ມີເອກະສານ, ວັດຖຸພັນ ກວ່າ 100 ຢ່າງ ໄດ້ນຳມາວາງສະແດງ, ງານວາງສະແດງຫົວເລື່ອງສະເພາະ ບຸນເຕັດ ປີວອກ 1968-ບາດລ້ຽວປະຫວັດສາດ ໄດ້ຊ່ວຍໃຫ້ຜູ້ຊົມເຂົ້າໃຈແຈ້ງກວ່າ ກ່ຽວກັບເຫດການປະຫັວດສາດທີ່ສະຫງ່າລາສີ ຂອງກອງທັບ
ງານວາງສະແດງໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ      
      ງານວາງສະແດງຫົວເລື່ອງສະເພາະ “ ບຸນເຕັດ ປີວອກ 1968-ບາດລ້ຽວປະຫວັດສາດ ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 9 ກຸມພາ, ຢູ່ແຂວງຮ່ານາມ. ມີເອກະສານ, ວັດຖຸພັນ ກວ່າ 100 ຢ່າງ ໄດ້ນຳມາວາງສະແດງ, ງານວາງສະແດງຫົວເລື່ອງສະເພາະ “ ບຸນເຕັດ ປີວອກ 1968-ບາດລ້ຽວປະຫວັດສາດ ” ໄດ້ຊ່ວຍໃຫ້ຜູ້ຊົມເຂົ້າໃຈແຈ້ງກວ່າ ກ່ຽວກັບເຫດການປະຫັວດສາດທີ່ສະຫງ່າລາສີ ຂອງກອງທັບ ແລະ ປະຊາຊົນຫວຽດນາມ; ເປັນການຢັ້ງຢືນເຖິງຂອບຂະໜາດ, ຄວາມໝາຍປະຫວັດສາດຂອງບັ້ນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນຍາມລະດູບານໃໝ່ ປີວອກ 1968; ເປັນການຢັ້ງຢືນເຖິງແນວທາງການນຳພາ ທີ່ປີຊາສາມາດຂອງພັກ ແລະ ຄະນະພັກການທະຫານສູນກາງ ໃນບັ້ນຮົບຕໍ່ຕ້ານ ຕ້ານອາເມລິກາ ກູ້ຊາດ.
        ກ່ອນນີ້ 50 ປີ, ໃນຄ່ຳຄືນວັນທີ 30 ມັງກອນ 1968, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ດຳເນີນການບຸກໂຈມຕີໃນຂອບເຂດທົ່ວພາກໃຕ້, ພິເສດແມ່ນຢູ່ຕົວເມືອງໃຫຍ່ຄື: ເຫວ້, ດ່ານັງ, ໄຊງ່ອນ, ເກິນເທີ, ບຸກໂຈມຕີໃສ່ບັນດາຖານທີ່ໝັ້ນ ການທະຫານຕົ້ນຕໍຂອງສັດຕູ. ຜົນງານຂອງບັ້ນຮົບນີ້ ໄດ້ສ້າງເງື່ອນໄຂເພື່ອໃຫ້ກອງທັບ ແລະ ປະຊາຊົນຫວຽດນາມ ຍາດເອົາໄຊຊະນະໃນບັນດາສະໜາມຮົບ, ປະຕິບັດສຳເລັດພາລະກິດທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ ໃນປີ 1975.
 (ແຫຼ່ງຄັດຈາກ VOV)

top