ຂ່າວສານ

ງານວາງສະແດງສາກົນແຫລ່ງສິນຄ້າຫວຽດນາມດຶງດູດຄວາມສົນໃຈຈາກວິສາຫະກິດອົດສະຕາລີຫລາຍແຫ່ງ

      ນີ້ແມ່ນງານວາງສະແດງແຫລ່ງສິນຄ້າທາງອອນລາຍຂອບຂະຫນາດໃຫຍ່ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອແນໃສ່ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ກັບບັນດາຄູ່ຮ່ວມມື ຢູ່ ອົດສະຕາລີ ແລະ ຫລາຍປະເທດອື່ນໃນໂລກ. 

ເຂດວາງສະແດງສິນຄ້າຂອງຫວຽດນາມ ຢູ່ ອົດສະຕາລີ 
ພາບ: ທູດການຄ້າຫວຽດນາມ ປະຈຳ ອົດສະຕາລີ
      ງານວາງສະແດງທາງອອນລາຍແຫລ່ງສິນຄ້າຫວຽດນາມ ຢູ່ ອົດສະຕາລີ ພວມດຳເນີນແຕ່ວັນທີ 17 ຮອດທ້າຍເດືອນທັນວາ ໂດຍທູດການຄ້າຫວຽດນາມ ຢູ່ ອົດສະຕາລີ ຈັດຕັ້ງ ໄດ້ດຶງດູດຄວາມສົນໃຈຂອງວິສາຫະກິດ ອົດສະຕາລີຫລາຍແຫ່ງ. ມີວິສາຫະກິດຫວຽດນາມ ປະມານ 300 ແຫ່ງໄດ້ຮັບການແນະນຳໃນງານວາງສະແດງຜ່ານ ເວັບໄຊ www.onlineworldexpo.com.
ນີ້ແມ່ນງານວາງສະແດງແຫລ່ງສິນຄ້າທາງອອນລາຍຂອບຂະຫນາດໃຫຍ່ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອແນໃສ່ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ກັບບັນດາຄູ່ຮ່ວມມື ຢູ່ ອົດສະຕາລີ ແລະ ຫລາຍປະເທດອື່ນໃນໂລກ. ໃນຂອບເຂດເຫດການ ມີ 5 ງານວາງສະແດງຫົວເລື່ອງສະເພາະກ່ຽວກັບວັດສະດຸກໍ່ສ້າງ ແລະ ປະດັບປະດາເຮືອນຢູ່, ສິນໃນນ້ຳ, ຕ່ຳແຜ່ນຕັດຫຍິບ ແລະ ເກີບຫນັງ, ສາທາລະນະສຸກ ແລະ ເຂດວາງສະແດງສະເພາະໃຫ້ບັນດາວິສາຫະກິດພາກກາງຫວຽດນາມ ເພື່ອແນໃສ່ຊ່ວຍວິສາຫະກິດຢູ່ພາກກາງຊອກຫາຄູ່ຄ້າໃຫມ່, ສ້າງກຳລັງຫນູນຟື້ນຟູການຜະລິດພາຍຫລັງໄພທຳມະຊາດ. 
(ແຫຼ່ງຄັດຈາກ VOV

top