ຂ່າວສານ

ງານວາງສະແດງວິຈິດສິນ ຫວຽດນາມ-ລາວ- ກຳປູເຈຍ

      ງານວາງສະແດງໄດ້ນຳມາວາງສະແດງ 55 ຜະລິດຕະພັນວິຈິດຕະກຳຂອງຈິດຕະກອນ 22 ຄົນ, ໃນນັ້ນມີ 5 ຄົນມາຈາກລາຊະອານາຈັກກຳປູເຈຍ, 5 ຄົນມາຈາກ ສປປລາວ ແລະ 12 ຄົນມາຈາກ ນະຄອນ ດ່ານັ້ງ, ປະເທດ ຫວຽດນາມ. 

ຜູ້ຊົມທີ່ງານວາງສະແດງ
      ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 -5/9/2017), 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ (18/7/1977 – 18/7/2017) ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2017), ວັນທີ 12 ກັນຍາ, ພະແນກວັດທະນະທຳ ແລະ ກິລານະຄອນ ດ່ານັ້ງ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ, ວາງສະແດງວິຈິດສິນ ຫວຽດນາມ - ລາວ - ກຳປູເຈຍ. ງານວາງສະແດງໄດ້ນຳມາວາງສະແດງ 55 ຜະລິດຕະພັນວິຈິດຕະກຳຂອງຈິດຕະກອນ 22 ຄົນ, ໃນນັ້ນມີ 5 ຄົນມາຈາກລາຊະອານາຈັກກຳປູເຈຍ, 5 ຄົນມາຈາກ ສປປລາວ ແລະ 12 ຄົນມາຈາກ ນະຄອນ ດ່ານັ້ງ, ປະເທດ ຫວຽດນາມ. ລາຍການໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ບັນດາຈິດຕະກອນໄດ້ພົບປະແລກປ່ຽນວັດທະນະທຳ, ຖອດຖອນບົດຮຽນໃນການປະດິດ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ, ແນະນຳ, ໂຄສະນາພາບພົດຂອງຫໍພິພິຕະພັນວິຈິດສິນ ດ່ານັ້ງເຖິງເພື່ອນມິດສາກົນ. ງານວາງສະແດງຈະດຳເນີນຢູ່ຫໍພິພິຕະພັນວິຈິດສິນ ດ່ານັ້ງ  ຮອດວັນທີ 26 ກັນຍາຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

top