ຂ່າວສານ

ງານວາງສະແດງວັດຖຸເອກະສານກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ຢູ່ ແບນຊິກ

ໃນລະຫວ່າງ 3 ວັນແຕ່ວັນທີ 14-16 ເມສາ ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ນະຄອນ Brussels, ປະເທດ ແບນຊິກ, ໄດ້ໄຂງານວາງສະແດງພາບຖ່າຍ, ວັດຖຸເອກະສານກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ.
  ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງພາບຖ່າຍ, ວັດຖຸເອກະສານກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ  

ນີ້ແມ່ນເຫດການໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແບນຊິກ ແລະ 133 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ ໂດຍສະຖານທູດ ຫວຽດນາມ ປະຈຳ ແບນຊິກ ສົມທົບກັບເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດຈັດຂຶ້ນ

ງານວາງສະແດງໄດ້ແນະນຳຮູບຖ່າຍເອກະສານ, ເອກະສານ ແບ່ງອອກເປັນໄລຍະໆ ໃນຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ, ໃນນັ້ນມີບັນດາເອກະສານທີ່ໄດ້ປະກາດເປັນຄັ້ງທຳອິດ. ຜ່ານນັ້ນ, ປະກອບສ່ວນເຮັດແຈ້ງກ່ຽວກັບຊີວິດ ແລະ ພາລະກິດປະຕິວັດອັນສະຫງ່າລາສີຂອງປະທານ ໂຮ່ຈີມິນ, ປະກອບສ່ວນເຊີດຊູ ແລະ ຮັບຮູ້ບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງເພິ່ນຕໍ່ພາລະກິດປະຕິວັດຂອງຊາດຫວຽດນາມ ແລະ ສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ກັບ ປະຊາຊົນ ໂລກ.

 


top