ຂ່າວສານ

ງານວາງສະແດງປື້ມ “ສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ”

      ງານວາງສະແດງໄດ້ວາງສະແດງເອກະສານແມ່ນປື້ມ, ພາບແຕ້ມ, ພາບຖ່າຍ, ວີດີໂອ ແລະ ບັນດາສະແຕມ 1.000 ຢ່າງຂອງເກືອບ 50 ຫົວໜ່ວຍພິມຈຳໜ່າຍ, ຈຳໜ່າຍປື້ມ, ຫໍສະມຸດ

(ພາບປະກອບ: thanhuytphcm.vn)
      ຕອນຄ່ຳວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ກົມພິມຈຳໜ່າຍໄດ້ສົມທົບກັບກັບກົມສື່ສານ ແລະ ພິມຈຳໜ່າຍ, ຫໍສະມຸດແຫ່ງຊາດຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງທາງອອນລາຍ “ສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ”. ງານວາງສະແດງຖືກດຳເນີນໃນລະຫວ່າງວັນທີ 01 – 19 ກັນຍາ ດ້ວຍລະຫັດທາງອິນເຕີແນັດ book365.vn.
        ງານວາງສະແດງໄດ້ວາງສະແດງເອກະສານແມ່ນປື້ມ, ພາບແຕ້ມ, ພາບຖ່າຍ, ວີດີໂອ ແລະ ບັນດາສະແຕມ 1.000 ຢ່າງຂອງເກືອບ 50 ຫົວໜ່ວຍພິມຈຳໜ່າຍ, ຈຳໜ່າຍປື້ມ, ຫໍສະມຸດ, ຫໍພິພິຕະພັນໃນທົ່ວປະເທດ, ເຊິ່ງໄດ້ວາບພາບຄືນປະຫວັດສາດອັນສະຫງ່າອົງອາດນັບພັນໆປີຂອງຊາດຫວຽດນາມ. ທ່ານ ຮ່ວາງວິ້ງບາວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ເນັ້ນໜັກວ່າ:
        “ຜ່ານການວາງສະແດງ, ແນະນຳປື້ມ, ເອກະສານທີ່ງານວາງສະແດງປື້ມເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ປາດຖະໜາວ່າ ງານວາງສະແດງຈະປະກອບສ່ວນສຶກສາມູນເຊື້ອການປະຕິວັດ; ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ບົດບາດນຳພາຂອງພັກກອມມູນິດຫວຽດນາມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ເຊິ່ງປະທານໂຮ່ຈີມິນ ໄດ້ເລືອກເຟັ້ນ. ພ້ອມທັງເປັນການຢືນຢັນບັນດາການປະກອບສ່ວນຂອງຂະແໜງພິມຈຳໜ່າຍຫວຽດນາມ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດສັງຄົມນິຍົມ”.
        ແລະກໍ່ເນື່ອງໃນໂອກາດນີ້, ສູນອະນຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ ກໍ່ໄດ້ຈັດງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ເອກະລາດ” ຢູ່ເຂດມໍລະດົກ ຮ່ວາງແທັ່ງທັງລອງ ນັບແຕ່ວັນທີ 31 ສິງຫາ 2020 ຢູ່ຮ່າໂນ້ຍ ແລະ ມີທາງອອນລາຍໃນເວັບໄຊ: trungbayonline.hoangthanhthanglong.vn.
(ແຫຼ່ງຄັດຈາກ VOV)


top