ຂ່າວສານ

ງານວາງສະແດງຊຸດອາພອນທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ

ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ, ຢູ່ສູນວັດທະນະທຳຮູບເງົາແຂວງ ເທື່ອທຽນເຫ້ວ.

ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ, ຢູ່ສູນວັດທະນະທຳຮູບເງົາແຂວງ ເທື່ອທຽນເຫ້ວ.

    

ທີ່ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ

ໂດຍນອນໃນງານ Festival ເຫ້ວ 2022 ພວມຈັດຂຶ້ນຢູ່ກຸງເກົ່າ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ, ຢູ່ສູນວັດທະນະທຳຮູບເງົາແຂວງ ເທື່ອທຽນເຫ້ວ. ງານວາງສະແດງໂດຍຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ເປັນປະທານ, ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ ຈັດຂຶ້ນ.

ງານວາງສະແດງແມ່ນສ່ວນໜຶ່ງໃນສາງວັດທະນະທຳຊຸດອາພອນປະຈຳຊາດຂອງບັນດາປະເທດສະມາຊິກ ອາຊຽນ ດ້ວຍບັນດາຊຸດອາພອນປະຈຳຊາດເປັນເອກະລັກສະເພາະ. ນອກນັ້ນ, ແຕ່ລະປະເທດຍັງວາງສະແດງພາບຖ່າຍກ່ຽວກັບທິວທັດທຳມະຊາດກ່ຽວກັບປະເທດຊາດ, ງານບຸນ, ການດຳລົງຊີວິດວັດທະນະທຳ, ການເຫຼື້ອມໄສບູຊາຂອງປະຊາຊົນບັນດາປະເທດ ອາຊຽນ ຕິດພັນກັບພາບຖ່າຍປະຊາຊົນນຸ່ງຊຸດອາພອນປະຈຳຊາດ.

(ແຫຼ່ງຄັດຈາກ VOV)


top