ງານວາງສະແດງວາດແຕ້ມຕົວຢ່າງເຄື່ອງ ໝາຍແຫ່ງຊາດ ຫວຽດນາມຂອງຈິດຕະກອນບຸ່ຍຈາງເຈືອກ ພວມ ຈັດຂຶ້ນຢູ່ຫໍພິພິຕະພັນວິຈິດສິນຫວຽດນາມ.
ຕອນເຊົ້າວັນທີ 25 ສິງຫາ, ກົມເອກະສານ ແລະ ສຳເນົາແຫ່ງລັດໄດ້ສົມທົບກັບຫໍພິພິທະພັນວິຈິດສິນຈັດຕັ້ງງານວາງສະແດງ“
ວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດຫວຽດນາມ - ຈິດຕະກອນບຸ່ຍແທັງເຈືອກ”.ງານວາງສະແດງ
ໄດ້ແນະນຳເອກະສານ, ສຳເນົາເກືອບ 200ຢ່າງກ່ຽວກັບການກຳເນີດຂອງເຄື່ອງ ໝາຍແຫ່ງ ຊາດຫວຽດນາມ
ແລະ ໃບແຕ້ມຕົ້ນສະບັບກ່ຽວກັບເຄື່ອງ ໝາຍ ແຫ່ງຊາດຂອງຈິດຕະກອນບຸ່ຍແທງເຈືອກ.
ງານວາງສະແດງຖືກຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ
ຕົວຢ່າງເຄື່ອງ ໝາຍ ແຫ່ງ ຊາດຂອງຫວຽດນາມໄດ້ ນຳ ໃຊ້ໃນປັດຈຸບັນ.
ທີ່ງານວາງສະແດງ, ມວນຊົນໄດ້ມີໂອກາດໄດ້ຮັບຊົມຄວາມເປັນມາຂອງ ໃບແຕ້ມຕົ້ນສະບັບກ່ຽວກັບຕົວຢ່າງເຄື່ອງໝາຍແຫ່ງຊາດຫວຽດນາມ.
ວາດແຕ້ມເຄື່ອງໝາຍ ແຫ່ງຊາດ 2 ຕົວຢ່າງຂອງປະເທດ ສສ.ຫວຽດນາມ ໂດຍຈິດຕະກອນ ບຸ່ຍຈາງເຈືອກແຕ້ມ.
ວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດ ຫວຽດນາມ, ໃບແຕ້ມສີ ມີຮູບດວງອາທິດພວມແພລັດສະໝີ, ມີແທບຜ້າໄໝທີ່ອ່ອນຍົນ,
ຕົ້ນເຂົ້າພວມສຸກເຫຼືອງຄ້ອນທັ່ງສະແດງໃຫ້ເຫັນພື້ນຖານອຸດສາຫະກຳ, ມີດວງດາວຄຳ 5 ກິບ.
ບາງຕົວຢ່າງກ່ຽວກັບໃບກຽວຕິມະສັກ, ໃບຄອບຄົວສະຫງ່າລາສີໂດຍຈິດຕະກອນ ບຸຍຈາງເຈືອກແຕ້ມ.
ວາດແຕ້ມດ້ວຍສໍ້ດຳ ແລະ ບັນດາໃບແຕ້ມສີດ້ວຍແຖວຕົວໜັງສືເຄື່ອງໝາຍແຫ່ງຊາດ “ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ”
ດ້ວຍດວງດາວ 5 ກິບ, ປະຕູວິຫານຮຸ່ງ, ຄ້ອນທັ່ງ ແລະ ແຖບຜ້າໄໝສະລັບກັບບັນດາຕົ້ນເຂົ້າ.
ໃບດ້ວຍສໍ້ດຳ ແລະ ໃບແຕ້ມດ້ວຍສີ ກ່ຽວກັບຕົວຢ່າງເຄື່ອງໝາຍແຫ່ງຊາດດ້ວຍດວງດາວ 5 ກີບຢູ່ເຄິ່ງກາງ, ທົ່ງນາ,
ແຖບຜ້າໄໝອ້ອມຮອບ, ຕົ້ນເຂົ້າ, ໂຕຄວາຍ, ເຮືອນ, ສາຍພູແລະ ຄ້ອນທັ່ງ.
ເຄື່ອງໝາຍແຫ່ງຊາດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ.
ບັນດາໃບແຕ້ມເຄື່ອງໝາຍແຫ່ງຊາດລ້ວນແຕ່ແມ່ນບັນດາຜະລິດຕະພັນສິລະປະກຳພິເສດ ແລະ ເປັນເອກະລັກທາງດ້ານຫົວເລື່ອງເນື້ອໃນຮູບການ
ແລະ ເປັນຫຼັ້ກຖານນຢັ້ງຢືນຂະບວນວິວັດແຫ່ງການອອກແຮງງານທາງດ້ານສິລະປະຂອງຈິດຕະກອນ ບຸ່ຍຈາງເຈືອກ.
ຜ່ານງານວາງສະແດງ, ຄະນະຈັດຕັ້ງມີຄວາມຫວັງຢ່າງໃຫ້ມວນຊົນ, ພິເສດແມ່ນໄວໜຸ່ມ ມີຄວາມເຂົ້າໃຈຕື່ມກ່ຽວກັບຄວາມໝາຍ ຂອງເຄື່ອງໝາຍ ແຫ່ງຊາດຫວຽດນາມ,
ຈາກນັ້ນສົ່ງເສີມຄວາມເອກອ້າງທະນົງໃຈແລະເຊີດຊູຊາດຂອງຕົນ.
ແຂກມາຢ້ຽມຊົມຂຽນຄວາມຮູ້ສຶກໃສ່ປື້ມ.
ງານວາງສະແດງຈະແກ່ຍາວຮອດວັນທີ 6 ກັນຍາຈຶ່ງຈະອັດລົງ.
(ແຫຼ່ງຄັດຈາກ VOV)