ຂ່າວສານ

ງານວາງສະແດງກ່ຽວກັບ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ

      ຕອນບ່າຍວັນທີ 22 ກັນຍາ, ທີ່ກອງບັນຊາການກອງທັບເຮືອເຂດ 3 ຢູ່ນະຄອນ ດ່າໜັງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ

ງານວາງສະແດງກ່ຽວກັບ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ (ພາບ:Vietnamnet)
      ໄດ້ຈັດຕັ້ງໄຂງານວາງສະແດງແຜນທີ່ ແລະ ວາງສະແດງວັດຖຸພັນເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ດ້ວຍບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ແຜນທີ່ ແລະ ວັດຖຸພັນເອກະສານໄດ້ນຳມາວາງສະແດງ ແມ່ນພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານນິຕິທຳ ພິສູດໃຫ້ເຫັນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ງານວາງສະແດງຈະດຳເນີນຮອດວັນທີ 24 ກັນຍາ, ຫລັງຈາກນັ້ນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຈະມອບເອກະສານ, ວັດຖຸພັນທັງໝົດທີ່ໄດ້ນຳມາວາງສະແດງໃຫ້ກອງບັນຊາການກອງທັບເຮືອເຂດ 3 ເພື່ອວາງສະແດງໃຫ້ບັນດາກົມກອງທີ່ຂຶ້ນກັບກອງບັນຊາການຮັບຊົມ.
 (ແຫຼ່ງຄັດຈາກ VOV)

top