ຂ່າວສານ

ງານວາງສະແດງ ແລະ ສະແດງຊຸດເສື້ອຍາວ ຫວຽດນາມ ຢູ່ ອຽນຕື໋

ຕອນຄ່ຳວັນທີ 23 ເມສາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ແລະ ທັດສະນີຍະພາບ ອຽນຕື໋, ນະຄອນ ອວງບີ໊, ແຂວງ ກວ໋າງນິງ ຂອງ ຫວຽດນາມ ໄດ້ດໍາເນີນງານວາງສະແດງ ແລະ ສະແດງຊຸດເສື້ອຍາວ ຫວຽດນາມ ດ້ວຍຫົວຂໍ້ “ໃຈສະບາຍກາຍສະຫງົບສຸກ”.
  ຊຸດເສື້ອຍາວທີ່ໄດ້ສະແດງໃນລາຍການ (ພາບ:uongbi.gov.vn)  

 ເຫດການດັ່ງກ່າວນອນໃນບັນດາການເຄື່ອນໄຫວກະຕຸ້ນດຶງດູດການທ່ອງທ່ຽວຂອງແຂວງ (Festival ຊຸດເຊື້ອຍາວ ກວາງນິງ ປີ 2022) ໂດຍນັກອອກແບບເສື້ອຍາວ ມິງແຮ້ງ ພ້ອມດ້ວຍທິມງານໃນບໍລິສັດ ຫວຽດ Mode  ຈຳກັດ ສົມທົບກັນຈັດຂຶ້ນ. ພິເສດ, ລາຍການດັ່ງກ່າວຍັງມີການເຂົ້າຮ່ວມສະແດງຊຸດເສື້ອຍາວຂອງບັນດາຜູ້ແທນເຊິ່ງເປັນເອກອັກຄະລັດຖະທູດບັນດາປະເທດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ (UNESCO, UNICEF, WHO) ປະຈຳ ຫວຽດນາມ, ນັກສິລະປິນ, ນາງແບບ ດ້ວຍ 12 ຊຸດເສື້ຍາວຂອງ 12 ນັກອອກແບບທີ່ມີຊື່ສຽງຢູ່ພາຍໃນປະເທດ.

ລາຍການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ໂຄສະນາພາບພົດຊຸດເສື້ອຍາວຂອງ ຫວຽດນາມ, ເຊື່ອມຕໍ່ການນຳເສື້ອຍາວ ໃຫ້ກາຍເປັນມໍລະດົກໂລກ, ພ້ອມທັງເປັນການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ, ປະກອບສ່ວນຊ່ວຍໃຫ້ແຂວງ ກວ໋າງນິງ ປະຕິບັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 10 ລ້ານເທື່ອຄົນໃນປີ 2022 ໃຫ້ປະກົດຜົນເປັນຈິງ.


top