ຂ່າວສານ

ງານວາງສະແດງ “ ສະພາວະເພື່ອຖ່າຍທຳຮູບເງົາແມ່ນບັນດາປູຊະນີຍະສະຖານ, ມໍລະດົກວັດທະນະທຳຂອງຮ່າໂນ້ຍ”

ນະທີ່ນີ້, ໄດ້ວາງສະແດງຫຼາຍກ່ວາ 200 ຮູບພາບທີ່ເປັນເອກະລັກສະເພາະ, ຖືກສະແດງອອກຜ່ານ pano 17 ແຜ່ນດ້ວຍ 2 ຫົວຂໍ້ຕົ້ນຕໍ
  ພາບຖ່າຍແຜ່ນໜຶ່ງທີ່ໄດ້ວາງສະແດງທີ່ງານວາງສະແດງ (ພາບຈາກຄະນະຈັດຕັ້ງສະໜອງ)  

ສະຖາບັນຟິມ ຫວຽດນາມ ໄດ້ຈັດຕັ້ງງານວາງສະແດງ “ສະພາວະເພື່ອຖ່າຍທຳຮູບເງົາແມ່ນບັນດາປູຊະນີຍະສະຖານ, ມໍລະດົກວັດທະນະທຳຂອງຮ່າໂນ້ຍ” ແຕ່ວັນທີ 8 -12 ພະຈິກ, ຢູ່ຮ່າໂນ້ຍ ໃນຂອບເຂດງານມະຫາກຳຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ VI.

ນະທີ່ນີ້, ໄດ້ວາງສະແດງຫຼາຍກ່ວາ 200 ຮູບພາບທີ່ເປັນເອກະລັກສະເພາະ, ຖືກສະແດງອອກຜ່ານ pano 17 ແຜ່ນດ້ວຍ 2 ຫົວຂໍ້ຕົ້ນຕໍ. ນັ້ນແມ່ນແນະນຳຮູບພາບໃນບັນດາຮູບເງົາຢູ່ບັນດາປູຊະນີຍະສະຖານ, ມໍລະດົກວັດທະນະທຳຂອງ ຮ່າໂນ້ຍ ແລະ ບັນດາຮູບພາບທີ່ເປັນເອກະລັກສະເພາະກ່ຽວກັບຮ່າໂນ້ຍຜ່ານການສັງເກດຂອງນັກສິລະປິນຫຼາຍທ່ານມີຄວາມຮັກແພງຮ່າໂນ້ຍ. ຜ່ານບັນດາຜະລິດຕະພັນວາງສະແດງໃນງານວາງສະແດງ, ມະຫາຊົນຈະເຫັນກ່ຽວກັບຮ່າໂນ້ຍ ມີຄວາມງາມແບບເກົ່າແກ່, ລຽບງ່າຍແຕ່ອົງອາດກ້າແກ່ນ, ບໍ່ຍອມຈຳນົນໃນຮູບເງົາເອກະສານ, ຮູບເງົາຂອງທົດສະວັດ 60, 70; ຫຼື ຮ່າໂນ້ຍອະລິຍະທຳ, ນັບມື້ນັບພັດທະນາຜ່ານບັນດາຮູບເງົາໄລຍະແຫ່ງການປ່ຽນແປງໃໝ່,ເຊື່ອມໂຍງນັບແຕ່ສະຕະວັດທີ 80 ມາຮອດປະຈຸບັນ.


top