ຂ່າວສານ

ງານມະໂຫລານອະນຸຊົນ ອາຊຽນ+ ຈະຈັດຂຶ້ນແຕ່ວັນທີ 29/05 ຮອດ 4/6

      ໂດຍສືບຕໍ່ຜົນສຳເລັດຂອງງານມະໂຫລານອະນຸຊົນ ອາຊຽນ ຄັ້ງທີ 1 (2016), ປີ 2017 ນີ້, ສະຖານີໂທລະພາບ ຫວຽດນາມ ສືບຕໍ່ຈັດຕັ້ງງານມະໂຫລານອະນຸຊົນ ອາຊຽນ + ດ້ວຍຫົວຂໍ້ “ການເດີນທາງຄົ້ນຫາ”.
ພາບປະກອບ    
       ນີ້ແມ່ນເວທີປາໄສ, ແມ່ນບ່ອນພົວພັນແລກປ່ຽນຂອງເດັກນ້ອຍ ບັນດາປະເທດໃນພາກພື້ນ, ໄດ້ແລກປ່ຽນວັດທະນະທຳ, ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອໂຄສະນາພາບພົດປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດທັງຢູ່ພາຍໃນພາກພື້ນ ແລະ ສາກົນ. ງານມະໂຫລານອະນຸຊົນ ອາຊຽນ + ຈະໄດ້ດຳເນີນແຕ່ວັນທີ 29/5 ຫາວັນທີ 4/6, ດ້ວຍການເງື່ອນໄຂອຸດົມສົມບູນຫຼາຍຢ່າງ, ສ້າງກາລະໂອກາດໃຫ້ອະນຸຊົນບັນດາປະເທດໃນພາກພື້ນພົວໄດ້ພັນແລກປ່ຽນ, ຊອກຮູ້ເຊິ່ງກັນ ແລະ ກັນ ແລະ ໄດ້ຊອກຮູ້ບັນດາພື້ນຖານວັດທະນະທຳໃໝ່. ປີນີ້ນອກຈາກການເຂົ້າຮ່ວມຂອງ 7 ປະເທດສະມາຊິກ ອາຊຽນ ຄື: ຫວຽດນາມ, ໄທ, ມຽນມາ, ອິນໂດເນເຊຍ, ມາເລເຊ, ລາວ, ກຳປູເຈຍ, ງານມະໂຫລານ ຍັງມີການປະກອບສ່ວນຂອງ ຈີນ ແລະ ສ. ເກົາຫຼີ ອີກດ້ວຍ.  
 (ແຫຼ່ງຄັດຈາກ VOV)

top