ຂ່າວສານ

ງານມະໂຫລານດົນຕີອາຊຽນ pride 2015


ລາຍ​ການ​ສະ​ແດງ​ໃນ​ງານ​ມະ​ໂຫລານ​ດົນຕີອາ​ຊຽນ pride 2015
        ສະ​ເຫຼີ​ມສະຫຼອງ 20 ປີແຫ່ງ​ວັນສ້າງການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ ປົກກະຕິ, ຕອນ​ບ່າຍ​ວັນ​ທີ 20/6, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ​ແລະ CAMA ຈັດ​ຕັ້ງ ງານ​ມະ​ໂຫລານ​ດົນຕີອາ​ຊຽນ pride 2015. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປິ​ນອາ​ເມ​ລິ​ກາ, ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ກໍ່​ຄື​ຜູ້​ນິຍົມ​ດົນຕີ​ຫວຽດນາມ. ​ໃນ​ງານ​ມະ​ໂຫລານ​ນີ້, ບັນດາ​ວົງ​ດົນຕີ​ໄດ້​ແນະນຳ​ເຖິງ​ຜູ້​ຊົມ​ກ່ຽວ​ກັບ​ຄຸນ​ນະພາ​ບດົນຕີ ກໍ່​ຄື​ລັກສະນະ​ຫຼາຍ​ຮູບ​ຫຼາຍ​​ແບບກ່ຽວ​ກັບ​ລີລາ​ທ່າ​ທາງ​ຂອງ​ບັນດາ​ສິລະ​ປິ​ນອາ​ເມ​ລິ​ກາ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນອກຈາກ​ການ​ເຄື່ອນ​ໄຫວ​ດົນຕີ, ​ໃນ​ຂອບ​ເຂດງານ​ມະ​ໂຫລານ​ນີ້​ຍັງ​ມີ​ຮ້ານ​ຂາຍ​ເຄື່ອງ​ຫັດຖະກຳ​ສິລະ​ປະ, ​ແນະ​ນຳອາຫານ​ການ​ກິນ ​ແລະ ອື່ນໆ.
(ແຫຼ່ງຄັດຈາກ VOV)

top