ຂ່າວສານ

ງານມະຫາກໍາກິລາ SEA Games 30 ອັດລົງຢ່າງເປັນທາງການ

      ງານມະຫາກໍາກິລາ SEA Games 30 ໄດ້ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 11 ທັນວາ ຢູ່ເດີ່ນແລ່ນ ແລະ ລານ ຢູ່ເຂດ New Clack, ທີ່ນະຄອນຫຼວງ ມານີລາ ປະເທດ ຟີລິບປິນ.

ລາຍການສະແດງສິລະປະຢູ່ພິທີອັດ (ພາບ: www.sport.vn)
      ພາຍຫຼັງດໍາເນີນການແຂ່ງຂັນມາເປັນເວລາເກືອບ 2 ອາທິດ, ງານມະຫາກໍາກິລາ SEA Games 30 ໄດ້ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 11 ທັນວາ ຢູ່ເດີ່ນແລ່ນ ແລະ ລານ ຢູ່ເຂດ New Clack, ທີ່ນະຄອນຫຼວງ ມານີລາ ປະເທດ ຟີລິບປິນ.
        ທີ່ພິທີ, ຄະນະນັກກິລາ ຟີລິບປິນ ໄດ້ຮັບນາມມະຍົດທີໜຶ່ງທົ່ວຄະນະ ເມື່ອຢືນອັນດັບທີໜຶ່ງໃນຕາຕະລາງຈັດອັນດັບ ດ້ວຍຈໍານວນຫຽນຄໍາ 149 ຫຼຽນ; ທ້າວ Zheng Wen - ນັກກິລາລອຍນໍ້າເພດຊາຍ ຂອງຄະນະນັກກິລາ ສິງກະໂປ ແລະ ນາງ ຫງວຽນທິແອ໊ງວຽນ - ນັກກິລາລອຍນໍ້າເພດຍິງ ຂອງຫວຽດນາມ ໄດ້ຮັບລາງວັນ ນັກກິລາດີເດັ່ນທີ່ສຸດ ໃນ Sea Games 30 ເມື່ອພ້ອມກັນຄວ້າໄດ້ຫຼຽນຄໍາ 6 ຫຼຽນ ແລະ ຫຼຽນເງິນ 2 ຫຼຽນ; ສ່ວນ ທ້າວ Roger Cassogay - ນັກກິລາເພດຊາຍ ມາຈາກຟີລິບປິນ ໄດ້ຮັບລາງວັນ Fair – play.
 (ແຫຼ່ງຄັດຈາກ VOV)

 

top