ງານພົບປະແລກປ່ຽນປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 ໄດ້ປະກອບສ່ວນເຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດກ່ຽວກັບການສືບຕໍໍໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ປະກົດຜົນເປັນຈິງ
(ກອງປະຊຸມສະໜອງຂໍ້ມູນຂ່າວ)
ໃນວັນທີ 16 – 17 ເມສາ, ງານພົບປະແລກປ່ຽນປ້ອງກັນຊາຍແດນ ຫວຽດນາມ - ຈີນ ຈັດຂຶ້ນຢູ່ແຂວງ ລ້າງເຊີນ (ຫວຽດນາມ) ແລະ ເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງຊີ (ຈີນ). ທ່ານພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ຕຸງຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນຫົວໜ້າຄະນະແຕ່ລະປະເທດ.
ທີ່ກອງປະຊຸມສະໜອງຂໍ້ມູນຂ່າວຕໍ່ຊື່ມວນຊົນ ຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 09 ເມສາ, ທ່ານພົນຈັດຕະວາ ຫງວຽນຊວັນຖຸຍ, ຮອງຫົວໜ້າກົມສຶກສາອົບ, ກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ:
“ງານພົບປະແລກປ່ຽນປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 ໄດ້ປະກອບສ່ວນເຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດກ່ຽວກັບການສືບຕໍໍໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ປະກົດຜົນເປັນຈິງ, ນັບມື້ນັບແທດຈິງກວ່າ, ໂດຍສະເພາະແມ່ນຈັດຂຶ້ນພາຍຫຼະງການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ, ຄາດວ່າຈະດຳເນີນໃນວັນທີ 14 – 15 ເມສາ. ງານພົບປະແລກປ່ຽນເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງກຳລັງປົກປັກຮັກສາເຂດຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນຂອງ 2 ປະເທດ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ”.
ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນ 2 ປະເທດ ຈະດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຈຳນວນໜຶ່ງ.