ຂ່າວສານ

ງານພົບປະສ້າງສັນມິດຕະພາບເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2022

ເກິນເທີ ກຳນົດວ່າ ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີກັບປະຊາຊົນ ກຳປູເຈຍ ແມ່ນປັດໃຈການຕ່າງປະເທດສຳຄັນໃນການພົວພັນສາກົນ

 ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ທີ່ການພົບປະສ້າງສັນມິດຕະພາບ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2022.  

ຕອນບ່າຍວັນທີ 01 ເມສາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນ ເກິນເທີ ໄດ້ຈັດງານພົບປະສ້າງສັນມິດຕະພາບ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2022.

ກ່າວຄຳເຫັນທີ່ງານພົບປະ, ທ່ານ ຫງວຽນຈູງເຍິນ, ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນ ເກິນເທີ, ໃຫ້ຮູ້ວ່າ ເກິນເທີ ກຳນົດວ່າ ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີກັບປະຊາຊົນ ກຳປູເຈຍ ແມ່ນປັດໃຈການຕ່າງປະເທດສຳຄັນໃນການພົວພັນສາກົນ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງ 2 ຊາດ. ທ່ານ ຫງວຽນຈູງເຍິນ ປາດຖະໜາວ່າ ສະຖານກົງສູນແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ໃຫ້ແກ່ ການເຄື່ອນໄຫວມິດຕະພາບ ຮ່ວມມືໃນຫຼາຍຂົງເຂດລະຫວ່າງ ກຳປູເຈຍ ແລະ ນະຄອນ ເກິນເທີ, ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດ ແລະ ພໍ່ແມ່ປະຊາຊົນເຜົ່າ ຂະແມ ເຊື້ອຊາດ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ພັດທະນາການລົງທຶນ ແລະ ພໍ່ແມ່ປະຊາຊົນເຜົ່າ ຂະແມ ເຊື້ອຊາດ ຫວຽດນາມ ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ.


top