ຂ່າວສານ

ງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໂອກາດບຸນປີໃໝ່ປີຊວດ 2020 ໄດ້ຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆ

      ວັນທີ 20 ມັງກອນ, ຢູ່ແຂວງ ຈ່າວິງ ໄດ້ຈັດຕັ້ງງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໂອກາດປີໃໝ່ປີຊວດ 2020 ດ້ວຍການເຂົ້າຮ່ວມຂອງຊາວຈ່າວິງ ທີ່ພວມດໍາລົງຊີວິດຢູ່ ອາເມລິກາ, ຝລັ່ງ, ເຢຍລະມັນ, ການາດາ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ສ.ເກົາຫຼີກວ່າ 100 ຄົນ. 

ງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຂຶ້ນຢູ່ແຂວງຊອກຈັງ (ພາບ:  TTXVN)
      ທີ່ພິທີ, ທ່ານ ເລຮວ່າງທ້ວນ ຊາວຫວຽດນາມອາໄສຢູ່ ອາເມລິກາ ຢັ້ງຢືນວ່າ: ພໍ່ແມ່ພີ່ນ້ອງຊາວຈ່າວິງ ອາໄສຢູ່ຕ່າງປະເທດ ຈະເສີມຂະຫຍາຍມູນເຊື້ອສາມັກຄີ, ສືບຕໍ່ແບ່ງປັນ, ປະກອບສ່ວນພ້ອມກັບການນໍາພັກ, ລັດ, ອໍານາດການປົກຄອງແຂວງ  ເພື່ອກໍ່ສ້າງ ແລະ ພັດທະນາ ຈ່າວິງ ໃຫ້ນັບມື້ນັບຮັ່ງມີສວຍງາມ ແລະ ວັດທະນາຖາວອນກວ່າເກົ່າ.
        ໃນວັນດຽວກັນ, ຢູ່ແຂວງ ຊອກຈັງ ແລະ ແຂວງນິງທ້ວນຂອງຫວຽດນາມ ກໍໄດ້ຈັດງານພົບປະສັງສັນຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ ກັບເມືອປະເທດຕ້ອນຮັບບຸນປີໃໝ່ປະຈໍາຊາດປີ ຊວດ 2020 ເຊັ່ນດຽວກັນ. 
 (ແຫຼ່ງຄັດຈາກ VOV)


top