ຂ່າວສານ

ງານບຸນວັດທະນະທຳ, ທ່ອງທ່ຽວ ແລະ ການຄ້າ ຮ່າຢາງ ຢູ່ໃຈກາງ ຮ່າໂນ້ຍ

      ງານບຸນວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ ແຂວງຮ່າຢາງ ຖຶກຈັດຂຶ້ນ ຢູ່ນະຄອນຮ່າໂນ້ຍ ແຕ່ວັນທີ 25 – 27 ທັນວາ.

ພິທີໄຂງານບຸນ (ພາບ:baohagiang.vn)
      ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນລະຫວ່າງ ເຂດໃນການເຄື່ອນໄຫວສົ່ງເສີມການຄ້າ, ການທ່ອງທ່ຽວ ລະຫວ່າງ ຮ່າຢາງ ແລະ ຮ່າໂນ້ຍ, ພ້ອມທັງຍູ້ແຮງການແນະນຳ, ໂຄສະນາກ່ຽວກັບບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງ ແຂວງ ຮ່າຢາງ ດ້ວຍ ມໍລະດົກວັດທະນທຳທີ່ເປັນເອກະລັກສະເພະຂອງບັນດາເຜົ່າໃນບໍລິເວນແຂວງ; ຄະນະກຳມະການປະຊາຊົນ ແຂວງຮ່າຢາງ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງ ງານບຸນວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ ແຂວງຮ່າຢາງ ຂຶ້ນ ຢູ່ນະຄອນຮ່າໂນ້ຍ ແຕ່ວັນທີ 25 – 27 ທັນວາ. ທ່ານນາງ ຮ່າທິມິນແຮ້ງ - ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າກໍປາດຖະໜາວ່າ ຜ່ານເຫດການນີ້, ປະຊາຊົນນະຄອນຫຼວງ ຈະມີໂອກາດໄດ້ສຳຜັດ ແລະ ແບ່ງປັນກັບ ຮ່າຢາງ, ໄດ້ຊິມອາຫານທີ່ເປັນຜະລິດຕະພັນກະເສດອົງຄະທາດ ກໍຄື ຜະລິດຕະພັນປອດສານພິດ ທີ່ໄດ້ປຸງແຕ່ງໂດຍສີມືອັນຄ່ອງແຄວ້ຂອງປະຊາຊົນ 19 ຊົນເຜົ່າ ທີ່ພວມດຳລົງຊີວິດໃນບໍລິເວນແຂວງ ຮ່າຢາງ. ພວກຂ້າພະເຈົ້າ ຫວັງວ່າ, ປີ 2021, ຈຳນວນແຂກທ່ອງທ່ຽວ ທີ່ມາທ່ຽວ ຮ່າຢາງ ຈະເພີ່ມຂຶ້ນ. ປະຊາຊົນນະຄອນ ກໍຄືບັນດາແຂວງພາຍໃນປະເທດຈະຮູ້ຈັກບັນດາຜະລິດຕະພັນກະເສດປອດສານພິດ ແລະ ອົງຄະທາດຂອງ ຮ່າຢາງ ນັບມື້ນັບຫຼາຍ”.
(ແຫຼ່ງຄັດຈາກ VOV)


top