ຂ່າວສານ

ງານບຸນລິມ 2023: ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໝູ່ບ້ານຂັບ ກວານເຫາະ

ເມື່ອເຂົ້າຮ່ວມງານບຸນ ລິມ ລະດູບານໃໝ່ປີແມວ 2023, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຟັງລາຍການສະແດງຂັບ ກວານເຫາະ, ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ອາຫານການກິນ, ການລະຫຼິ້ນ ບັນເທີງ...
ງານບຸນ ລິມ ລະດູບານໃໝ່ປີແມວ 2023 (ພາບ: GD&TĐ)

ວັນທີ 02 ກຸມພາ, ຢູ່ເທດສະບານ ລິມ, ເມືອງ ຕຽນຢູ, ແຂວງ ບັກນິງ, ໄດ້ດຳເນີນງານບຸນ ລິມ ລະດູບານໃໝ່ປີແມວ 2023. ນີ້ແມ່ນງານບຸນໃຫຍ່ຂອງແຂວງ ບັກນິງ - ໝູ່ບ້ານຂັບ ກວານເຫາະ, ເພື່ອເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອ, ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳທີ່ມີມາແຕ່ດົນນານຂອງບ້ານເກີດເມືອງນອນ ບັກນິງ, ໂຄສະນາພາບພົດ ແລະ ຊາວ ບັກນິງ ເຖິງແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ພະອາຈານໃຫຍ່ ທິກດຶກທ້ຽນ, ຮອງປະທານສະມາຄົມພຸດທະສາສະໜາມ ຫວຽດນາມ, ເນັ້ນໜັກວ່າ:

“ໃນປະຈຸບັນງານບຸນ ລິມ ຍິ່ງມີຄວາມໝາຍ ແລະ ມີຄຸນຄ່າຫຼາຍກວ່າ ເມື່ອຂັບ ກວານເຫາະ ໄດ້ຮັບການຮັບຮອງເປັນມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ. ຜ່ານງານບຸນ ລິມ, ພວກເຮົາເຊີດຊູຄຸນຄ່າທີ່ເປັນມູນເຊື້ອຂອງລຸ້ນປູ່ລຸ້ນພໍ່ ກໍຄືການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ, ພ້ອມທັງໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ມໍລະດົກວັດທະນະທຳຂອງມວນມະນຸດ”.

ເມື່ອເຂົ້າຮ່ວມງານບຸນ ລິມ ລະດູບານໃໝ່ປີແມວ 2023, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຟັງລາຍການສະແດງຂັບ ກວານເຫາະ, ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ອາຫານການກິນ, ການລະຫຼິ້ນ ບັນເທີງ...


top